ກອງປະຊຸມປຶກສາຫາລືການຕ້ານ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຈັດຂຶ້ນວັນທີ 21 ເມສາ 2021 ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ມີບັນດາຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອີງຕາມແຈ້ງການຂອງຄະນະສະເພາະກິດຂອງນະຄອນຫຼວງວຽງຈັນ ສະບັບເລກທີ 005/ສພກ.ນວ ລົງວັນທີ 20 ເມສາ 2021 ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະນໍາເມືອງສັງທອງ ຄັ້ງວັນທີ 21 ເມສາ 2021 ດັ່ງນັ້ນ ເຈົ້າເມືອງສັງທອງຈຶ່ງໄດ້ອອກແຈ້ງການສະບັບເລກທີ 017/ຈສທ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີຕິດຕາມ ກວດກາຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍຕາມຊາຍແດນແມ່ນໍ້າຂອງ ເພື່ອປ້ອງກັນ ຄອບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເພື່ອເປັນການເພີ່ມທະວີໃນການຕ້ານ ແລະ ສະກັດກັ້ນການລັກລອບເຂົ້າໄປ-ມາຕາມຊາຍແດນ ທີ່ບໍ່ຖືກຕ້ອງຕາມລະບຽງກົດໝາຍ ທັງນີ້ກໍເພື່ອເຮັດໃຫ້ເມືອງສັງທອງມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເປັນການຍົກລະດັບໃນການສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຈົ້າເມືອງສັງທອງຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຄື:

1. ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດຕາມມາດຕະການ ແຈ້ງການ ຄໍາສັ່ງ ຂອງຄະນະສະເພາະກິດ ຊັ້ນສູນກາງ ນະຄອນຫຼວງວຽງຈັນ ແລະ ເມືອງ ກ່ຽວກັບການເພີ່ມທະວີປະຕິບັດມາດຕະການເພື່ອປ້ອງກັນ ຄອບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ

2. ໃຫ້ບັນດາບ້ານຕາມລຽບແມ່ນໍ້າຂອງ ຢຸດຕິການເດີນເຮືອຊົ່ວຄາວຢູ່ຕາມລໍາແມ່ນໍ້າຂອງໃນຂອບເຂດເມືອງສັງທອງ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ (ຍົກເວັ້ນເຮືອຂອງເຈົ້າໜ້າທີ່ທີ່ອອກປະຕິບັດງານລາດຕະເວນຕາມແມ່ນໍ້າຂອງ) ພ້ອມທັງຂຶ້ນບັນຊີເຮືອຢູ່ຂອບເຂດບ້ານທີ່ຕົນເອງຮັບຜິດຊອບ ໃຫ້ນໍາເອົາເຮືອຂຶ້ນຝັ່ງ ຫຼືລ໋ອກກະແຈໄວ້ ພ້ອມທັງຄຸ້ມຄອງ ແລະ ກວດກາຢ່າງເຂັ້ມງວດ

3. ມອບໃຫ້ກອງບັນຊາການທະຫານເມືອງ ແລະ ກອງບັນຊາການ ປກສ ເມືອງ ກອງຮ້ອຍຊາຍແດນ 241 ກອງພັນ 511 ກອງຮ້ອຍຜາໂຕນ ແລະ ອົງການປົກຄອງບ້ານ 13 ບ້ານລຽບຕາມຊາຍແດນ ກວດກາລາດຕະເວນ ປ້ອງກັນການລັກລອບຂ້າມ-ໄປມາຂອງພົນລະເມືອງ ແລະ ປະຊາຊົນຕາມລໍາແມ່ນໍ້າຂອງຢ່າງເປັນປົກກະຕິແລະເຂັ້ມງວດ

4. ມອບໃຫ້ຄະນະປະຈໍາພັກ ຄະນະພັກເມືອງ ພະນັກງານປະຈໍາບ້ານ ແລະ ນາຍບ້ານ ໃຫ້ເອົາໃຈໃສ່ຕິດຕາມສະພາບຕະຫຼອດ 24 ຊົ່ວໂມງ ຖ້າຫາກພົບເຫັນພົນລະເມືອງ ປະຊາຊົນຊາວເມືອງສັງທອງ ທີ່ມາຈາກປະເທດທີ່ມີຄວາມສ່ຽງ (ໂດຍສະເພາະປະເທດໄທ) ໃຫ້ລາຍງານຄະນະສະເພາະກິດຂັ້ນເມືອງຮັບຊາບໂດຍດ່ວນ ເພື່ອກວດກາຫາເຊື້ອໃນເບື້ອງຕົ້ນ ເພື່ອນໍາສົ່ງສູນກັກກັນຫຼັກ 27 ກໍລະນີຜູ້ໃດຫາກມີເຈດຕະນາແຜ່ເຊື້ອພະຍາດໂຄວິດ-19 ໃຫ້ຜູ້ອື່ນ ຜູ້ນັ້ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເກີດຂຶ້ນທັງໝົດ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ
5. ກໍລະນີຫາກມີປະຊາຊົນພົນລະເມືອງລາວທີ່ມີລູກຫຼານ ຍາດພີ່ນ້ອງໄປອອກແຮງງານຢູ່ປະເທດໃກ້ຄຽງ ມີຈຸດປະສົງຢາກຈະກັບບ້ານ ແມ່ນໃຫ້ລົງທະບຽນຜ່ານທາງດ່ານສາກົນຂົວມິດຕະພາບລາວ-ໄທ I ເພື່ອນໍາສົ່ງໄປຈໍາກັດບໍລິເວນຢູ່ສູນຫຼັກ 27 ຫຼື ໂຮງແຮມທີ່ຄະນະສະເພາະກິດໂຄວິດ-19 ກໍານົດໄວ້ ຫ້າມບໍ່ໃຫ້ໄປອອກແຮງງານຢູ່ປະເທດໃກ້ຄຽງທີ່ກໍາລັງມີການລະບາດຂອງພະຍາດໂຄວິດ-19 ຈົນກ່ວາການລະບາດຂອງພະຍາດຈະຫຼຸດຜ່ວນລົງ ແລະ ມີມາດຕະການຜ່ອນຜັນຂອງຄະນະສະເພາະກິດ.
# ຂ່າວ & ພາບ: ວຽງມາ