ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 28 ຄົນ ທີ່ມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອນ້ຳເບີ 59

    ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ລາຍງານໃຫ້ຮູ້ວ່າ:

    ວັນທີ 20 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 656 ຄົນ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ ໃນນັ້ນມີຜູ້ຕິດເຊື້ອຈາກນະຄອນຫຼວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ ເຊິ່ງຕິດເຊື້ອຈາກຮ້ານນວດ 1111 ຈໍານວນ 3 ຄົນ ຍິງ 2 ຄົນ ຕິດຈາກຮ້ານ Diamond Karaoke 2 ຄົນ ເພດຍິງ ຮ້ານ Marina Night Club ເປັນເພດຍິງ 3 ຄົນ ຮ້ານອາຫານ Funny 89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ 2 ຄົນ ຍິງ 1 ຄົນ ຮ້ານ Bar and Karaoke 8118 ຈໍານວນ 1 ຄົນ ນອກນີ້ ສະຖານທີ່ກິນເຫຼົ້າຊຸມແຊວຢູ່ສະຖານທີທີ່ຕ່າງໆ (ອູ່ລົດໂພນຕ້ອງ ຊຸມແຊວບ້ານໂພນທັນ ບ້ານໜອງທາໃຕ້ ບ້ານສີໄຄ ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ ນອກນີ້ ຍັງມີຜູ້ຕິດເຊື້ອຈາກແຂວງຈຳປາສັກ ຈໍານວນ 2 ຄົນ ເປັນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ ປັດຈຸບັນຜູ້ຕິດເຊື້ອ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ.

    ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນຍັງລໍຖ້າຜົນກວດ ພ້ອມດຽວກັນນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ປັດຈຸບັນ ສປປ ລາວ ເກີດມີການລະບາດໃນຊຸມຊົນ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ກວດພົບຜູ້ຕິດເຊື້ອໃໝ່ພາຍໃນມື້ດຽວເຖິງ 26 ກໍລະນີ ເຊິ່ງມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອນ້ຳເບີ 59 ເນື່ອງຈາກຜູ້ກ່ຽວໄດ້ໄປເຄື່່ອນໄຫວຢູ່ສັງຄົມຕາມປົກກະຕິ ທັງໆທີ່ມີປະຫວັດພົວພັນກັບຜູ້ທີ່ລັກລອບເຂົ້າມາ ສປປ ລາວ ລວມທັງເດີນທາງໄປຍັງສະຖານທີ່ຮ້ານບັນເທິງຕ່າງໆທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ການລະບາດແຜ່ລາມໄປໃນວົງກວ້າງ ສະນັນ ພວກເຮົາທຸກຄົນຈົ່ງພ້ອມໃຈກັນປະຕິບັດມາດຕະການຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນຈາກພະຍາດໂຄວິດ-19 ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ ທະຫານຊາຍແດນ ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ ກວດກາຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງທີ່ກຳລັງມີການລະບາດຢູ່ ຈົ່ງຮີບຮ້ອນນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!