ຫົວເຫວີຍ ນໍາສະເໜີຜະລິດຕະພັນປະກອບພາຫະນະອັດສະລິຍະຄົບຊຸດສຳລັບ OEMs

    ຫົວເຫວີຍ ນໍາສະເໜີສ່ວນປະກອບ ແລະ ວິທີແກ້ໄຂທີ່ມີສະຕິປັນຍາຮຸ່ນຕໍ່ໄປ ລວມທັງພາບຣາດາ 4 ມິຕິ AR-HUD ແລະ MDC 810 ໃນລະຫວ່າງການນໍາສະເໜີຜະລິດຕະພັນ Huawei Inside (HI) ຫົວຂໍ້ “ນະວັດຕະກໍາສໍາລັບຍານພາຫະນະອັດສະລິຍະ” ໃນງານໂອໂຕຊຽງໄຮ້ 2021 ຂຶ້ນວັນທີ 20 ເມ ສາ 2021 ຢູ່ນະຄອນຊຽງໄຮ້ ສປ ຈີນ ເຊິ່ງຜະລິດຕະພັນເຫຼົ່ານີ້ ຖືກອອກແບບມາເພື່ອຊ່ວຍໃຫ້ OEMs ໃນການສ້າງຍານພາຫະນະອັດສະລິຍະທີ່ກ້າວໜ້າ ແລະ ຊ່ວຍໃຫ້ອຸດສາຫະກຳລົດຍົນຂອງຈີນ ໄດ້ຍົກລະດັບເຕັກໂນໂລຊີຂອງພວກເຂົາ ກາຍເປັນຜູ້ບຸກເບີກພະລັງງານໃໝ່ ແລະ ການຂັບຂີ່ແບບອັດຕະໂນມັດ.

    ຫົວເຫວີຍ ຖືວ່າສ່ວນປະກອບຍານພາຫະນະອັດສະລິຍະ ເປັນໂອກາດທາງຍຸດທະສາດໄລຍະຍາວ ບໍລິສັດຈະສືບຕໍ່ລົງທຶນຕື່ມອີກໃນຂົງເຂດນີ້ ໂດຍສະເພາະ ການພັດທະນາລະບົບການຂັບຂີ່ແບບອັດຕະໂນມັດ ໃນປີນີ້ ຫົວເຫວີຍໄດ້ຈັດຕັ້ງພະນັກງານຫຼາຍກວ່າ 5.000 ຄົນ ທີ່ເຮັດວຽກດ້ານການວິໄຈ ແລະ ການພັດທະນາຊິ້ນສ່ວນລົດຍົນອັດສະລິຍະ ແລະ ການລົງທຶນໃນຂະແໜງນີ້ມີມູນຄ່າ 1 ຕື້ໂດລາສະຫະລັດ ໂດຍການດູແລຂອງຜູ້ມີຄວາມສາມາດລະດັບສູງຜ່ານສູນວິໄຈ ແລະ ພັດທະນາໃນເອີຣົບ ຍີ່ປຸ່ນ ແລະ ຈີນ ຫົວເຫວີຍຕັ້ງເປົ້າໝາຍທີ່ຈະຊຸກຍູ້ສ້າງຄວາມສາມາດດ້ານການແຂ່ງຂັນຜະລິດຕະພັນ ໂດຍການສຸມໃສ່ນະວັດຕະກຳທີ່ດີກວ່າ ແລະ ມີປະສົບການໃນການຂັບຂີ່ທີ່ດີທີ່ສຸດໃຫ້ລູກຄ້າ.

    ເດືອນຕຸລາ 2020 ຫົວເຫວີຍໄດ້ນໍາສະເໜີ HI ໃນຖານະເປັນຜູ້ໃຫ້ບໍລິການສ່ວນປະກອບດ້ານລົດດີຈີຕອນ ຫົວເຫວີຍໄດ້ເຮັດວຽກຢ່າງໃກ້ຊິດກັບບໍລິສັດ OEMs ໃນການສ້າງຍານພາຫະນະອັດສະລິຍະທີ່ມີປະສິດທິຜົນ ພາຍໃຕ້ການລິເລີ່ມ “Huawei Inside” ທີ່ມີຫົວຄິດປະດິດສ້າງ ເຊິ່ງປະກອບມີສະຖາປັດຕະຍະກຳດີຈີຕອນໃໝ່ສຳລັບຍານພາຫະນະອັດສະລິຍະ ກັບ 5 ວິທີແກ້ໄຂທີ່ສະຫຼາດ (ການຂັບຂີ່ອັດສະລິຍະ ແຜງຄວບຄຸມຫ້ອງນັກບິນອັດສະລິຍະ mPower ການເຊື່ອມຕໍ່ທີ່ຊານສະຫຼາດ ແລະ ຍານພະຫະນະອັດສະລິຍະຄລາວ) ແລະ ຫຼາຍກວ່າ 30 ສ່ວນປະກອບທີ່ຊານສະຫຼາດ.

    ທ່ານ William Wang ປະທານດ້ານການແກ້ໄຂບັນຫາຍານພາຫະນະຂອງບໍລິສັດຫົວເຫວີຍ ກ່າວວ່າ: ໂຄງການລິເລີ່ມຂອງ Huawei Inside ໄດ້ຮັບການອອກແບບມາເພື່ອປະສົມປະສານເອົາຈຸດແຂງດ້ານເຕັກໂນໂລຊີຂອງຫົວເຫວີຍ ກັບຄວາມສາມາດໃນການຜະລິດຍານພາຫະນະຂອງຜູ້ຜະລິດລົດຍົນ ເພື່ອສ້າງຍານພາຫະນະອັດສະລິຍະລະດັບສູງ ທີ່ມອບປະສົບການຂັບຂີ່ທີ່ເພີດເພີນຫຼາຍຂຶ້ນ ການທີ່ຕ້ອງປະເຊີນ​​ໜ້າກັບການຫັນເປັນຍານພາຫະນະອັດສະລິຍະທີ່ເລັ່ງລັດ ຫົວເຫວີຍມີຄວາມມຸ່ງໝັ້ນເຖິງອະນາຄົດຂອງພາຫະນະທີ່ມີຄວາມອິດສະຫຼະດ້ວຍນະວັດຕະກໍາ..

                # ຂ່າວ & ພາບ: ສະບາໄພ

error: Content is protected !!