ລົງຕິດຕາມກຸ່ມເປົ້າໝາຍຊາວໜຸ່ມຂອງໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ແຂວງອຸດົມໄຊ

    ໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ເປັນການຮ່ວມມືລະຫວ່າງບໍ​ລິ​ສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ແລະ ກົມພັດທະນາວິຊາຊີບຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ສະໜັບສະໜູນເງິນທຶນໝູນວຽນຈຳນວນໜຶ່ງໃຫ້ແກ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອສ້າງໂອກາດ ​ແລະ ມອບ​ທຶນ​ບໍ່​ມີດ​ອກ​ເບ້ຍດ້ານການພັດທະນາ ຍົກລະດັບຄວາມຮູ້ດ້ານວິຊາການ ທັກສະສີມືແຮງງານສຳລັບປະກອບອາຊີບໃຫ້ແກ່ນັກຮຽນທີ່ຈົບການສຶກສາຈາກສູນເຝິກອົບຮົມວິຊາຊີບຊາວໜຸ່ມຜູ້ທີ່ດ້ອຍໂອກາດ ບໍ່ມີວຽກເຮັດງານທຳ ໃຫ້ມີອາຊີບທີ່ໝັ້ນຄົງ ໂດຍໄດ້ເລີ່ມຮ່ວມມືນຳກັນມາແຕ່ຕົ້ນເດືອນເມສາ 2012 ເປັນຕົ້ນມາ ເປັນໂຄງການຕໍ່ເນື່ອງ. 

    ໃນວັນທີ  20 ເມສາ 2021 ທາງຄະນະຮັບຜິດຊອບໂຄງການ “ກ້າໄມ້ ແຕກໃບ ສົດໃສ ຢືນຕົ້ນ ໃຫຍ່ງາມ” ນຳໂດຍທ່ານນາງ ແສງອ່ອນ ປວງມະນີວັນ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ທ່ານ ນະລົງວິດ ຄອງສິນ ຜູ້ຈັດການອົງກອນສຳພັນ ບໍ​ລິ​ສັດ ຣາ​ຊ-ລາວ ບໍ​ລິ​ການ ຈຳ​ກັດ ພ້ອມຄະນະ ໂດຍມີທ່ານ ສົມດີ ເຕັງເບຼຍຈຶ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ ແລະ ນຳພາລົງຕິດຕາມກຸ່ມເປົ້າໝາຍໃໝ່ ຢູ່ບ້ານນາຫວາຍນ້ອຍ ເມືອງໄຊ ແຂວງອຸດົມໄຊ ຊາວໜຸ່ມກຸ່ມເປົ້າໝາຍ ຜູ້ທີ່ສອງຂອງແຂວງອຸດົມໄຊ ພາຍຫຼັງທີ່ທ້າວ ບຸນເພັງ ໄຊຍະສິດ ບ້ານດອນ ເມືອງຫຼາ ແຂວງອຸດົມໄຊ ທີ່ເຄີຍໄດ້ຮັບທຶນດັ່ງກ່າວ ເຮັດໃຫ້ຄຸນນະພາບຊີວິດດີຂຶ້ນ ແລະ ຈະສີ້ນສຸດໂຄງການລົງໃນxu 2021 ນີ້ ເຊິ່ງຊາວໜຸ່ມເປົ້າໝາຍໃໝ່ນີ້ ເຄີຍຜ່ານການເຝິກອົບຮົມ ຊ່າງຕັດຫຍິບ ທີ່ສູນເຝິກອົບຮົມວິຊາຊີບຊາວໜຸ່ມ-ດອນບອສໂກ ໃນສົກຮຽນ 2015-2016 ຜ່ານມາ ແຕ່ຍັງຂາດທຶນຮອນຫຼາຍຢ່າງ ໃນການດຳເນີນກິດຈະການ ດັ່ງນັ້ນ ທາງໂຄງການຈຶ່ງລົງມາຕິດຕາມ ສຶກສາຄວາມເປັນໄປໄດ້ ໃນການສືບຕໍ່ໃຫ້ທຶນຂອງໂຄງການ ໃຫ້ກັບຊາວໜຸ່ມຜູ້ທີ່ສອງຂອງແຂວງອຸດົມໄຊ.

    ທ່ານ ວົງພຽນ ບານແປ່ມຕິ ຮອງຫົວໜ້າພະແນກສົ່ງເສີມວີຊາຊີບ ກົມພັດທະນາວິຊາຊີບຊາວໜຸ່ມ ສຊປລ ໄດ້ແຈ້ງໃຫ້ຊາບວ່າ: ໂຄງການດັ່ງກ່າວ ໄດ້ເລີ່ມມາແຕ່ປີ 2012-2018 ມີຊາວໜຸ່ມໄດ້ຮັບທຶນ 45 ຄົນ ມາເຖິງປັດຈຸບັນ ມີຊາວໜຸ່ມຜູ້ທີ່ໄດ້ຮັບທຶນຈາກໂຄງ ການໄປແລ້ວທັງໝົດ 49 ຄົນ ລວມມູນຄ່າ 400 ກວ່າລ້ານກີບ ເຊິ່ງເປັນທຶນມູນວຽນ ຜັດປ່ຽນກັນໄປ ແລະ ກໍາລັງດຳເນີນໂຄງການຕໍ່ ເພື່ອເລືອກກຸ່ມເປົ້າໝາຍເພີ່ມອີກຈຳນວນ 4 ທຶນ ໃນ 4 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ຫຼວງນ້ຳທາ ບໍ່ແກ້ວ ແລະ ແຂວງໄຊຍະບູລີ.

​                              # ຂ່າວ & ພາບ: ບຸນມີ ສີວິໄລ

error: Content is protected !!