ພົບປະຊາວຜູ້ອອກແຮງງານ ຕິດພັນກັບຊຸກຍູ້ການດໍາເນີນທຸລະກິດຂອງ 2 ບໍລິສັດ

    ວັນທີ 20 ເມສາ 2021 ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ສົມທົບກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ນໍາໂດຍທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ໄດ້ເຄື່ອນໄຫວພົບປະຢ້ຽມຢາມບໍລິສັດ ທຣີໂອລາວ ເອັກສ໌ປອດ ຈໍາກັດ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຖືກຕ້ອນຮັບຈາກທ່ານ ຊົມພູ ອຸດົມພອນ ຫົວໜ້າບັນຊີ-ການເງິນ ຕາງໜ້າຜູ້ອໍານວຍການບໍລິສັດ ທຣີໂອລາວ ເອັກສ໌ປອດ ຈໍາກັດ ພ້ອມຄະນະ.

    ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບການດໍາເນີນທຸລະກິດ ແລະ ການປະຕິບັດນະໂຍບາຍຕ່າງໆຕໍ່ກັບກໍາມະກອນທີ່ເຮັດວຽກພາຍໃນບໍລິສັດ ທຣີໂອລາວ ເອັກສ໌ປອດ ຈໍາກັດ ໂດຍຫຍໍ້ ຈາກທ່ານ ຊົມພູ ອຸດົມພອນ ເຊິ່ງບໍລິສັດດັ່ງກ່າວ ເປັນການລົງທຶນຂອງຕ່າງປະເທດ 100% ໄດ້ສ້າງຕັ້ງຂຶ້ນເມື່ອປີ 1995 ໄດ້ດໍາເນີນກິດຈະການໃນເດືອນມິຖຸນາ ປີ 1996 ເປັນຕົ້ນມາ ໃນເບື້ອງຕົ້ນ ມີກໍາມະກອນປະມານ 400 ກວ່າຄົນ ມາຮອດປັດຈຸບັນ ມີກໍາມະກອນທັງໝົດ 2.500 ກວ່າຄົນ ສ່ວນໃຫຍ່ເປັນເພດຍິງ ແລະ ເພດຊາຍກວມປະມານ 1% ເຊິ່ງການດໍາເນີນທຸລະກິດຂອງບໍລິສັດ ແມ່ນຜະລິດເຄື່ອງນຸ່ງຫົ່ມສົ່ງອອກຈໍາໜ່າຍຕະຫຼາດເອີຣົບ ສະເລ່ຍເດືອນໜຶ່ງສາມາດຜະລິດ ແລະ ສົ່ງອອກຈໍາໜ່າຍເດືອນໜຶ່ງປະມານ 2 ແສນກວ່າໂຕ ມູນຄ່າປະມານ 3 ລ້ານກວ່າໂດລາສະຫະລັດ ສໍາລັບການເບີກເງິນເດືອນໃຫ້ພະນັກງານ ໄດ້ປະຕິບັດເບີກຈ່າຍ 2 ຄັ້ງຕໍ່ເດືອນ ໃນນີ້ ຄ່າແຮງງານແມ່ນປະຕິບັດຕາມເງິນເດືອນຂັ້ນຕໍ່າທີ່ລັດຖະບານກໍານົດໄວ້ ຫຼືລາຍຮັບຕາມວິຊາສະເພາະສີມືຂອງເຂົາເຈົ້າເອງ ຄຽງຄູ່ກັນນັ້ນ ວຽກງານສະຫວັດດີການ-ສັງຄົມ ບໍລິສັດໄດ້ເຂົ້າເປັນສະມາຊິກຂອງກອງທຶນປະກັນສັງຄົມແຕ່ປີ 2001 ເປັນຕົ້ນມາ ແລະ ເພື່ອອໍານວຍຄວາມສະດວກໃຫ້ແກ່ກໍາມະກອນບໍລິສັດໄດ້ມີຫໍພັກໃຫ້ຢູ່ສໍາລັບກໍາມະກອນທີ່ມາຈາກຕ່າງແຂວງ ສ່ວນກໍາມະກອນທີ່ຢູ່ບ້ານໃກ້ຄຽງ ບໍລິສັດໄດ້ມີລົດຮັບ ແລະ ສົ່ງເປັນແຕ່ລະມື້.

    ນອກນີ້ ທ່ານ ນາງ ໃບຄໍາ ຂັດຕິຍະ ພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມບໍລິສັດ ຕຣີມາກ ຈໍາກັດ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງທ່ານ ນາງ ມຸກດາ ແກ້ວສຸດທິພົນ ຜູ້ຊ່ວຍຜູ້ບໍລິຫານບໍລິສັດ ຕຣີມາກ ຈໍາກັດ ລາຍງານສັງເຂບໃຫ້ຮູ້ວ່າ: ບໍລິສັດ ຕຮີມາກ ເປັນບໍລິສັດໜຶ່ງທີ່ດໍາເນີນທຸລະກິດຜ້າແພແບບຄົບວົງຈອນ ນັບຕັ້ງແຕ່ຕົ້ນຝ້າຍ ເສັ້ນດ້າຍ ຍ້ອມສີ ຕໍ່ແຜ່ນແພ ຕະຫຼອດຮອດການຫຍິບປັກຖັກແສ່ວໃຫ້ເປັນໂຕເສື້ອທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນມາໄດ້ 27 ປີ ມີກໍາມະກອນທັງໝົດ 700 ກວ່າຄົນ ປັດຈຸບັນ ບໍລິສັດດັ່ງກ່າວກໍາລັງປັບປຸງໂຮງງານຄືນໃໝ່ ເປັນຕົ້ນ ປັບປຸງຫໍພັກກໍາມະກອນ ອາຄານຝ່າຍຜະລິດ ແລະ ອື່ນໆ ແຜນການຄາດວ່າຈະໃຫ້ສໍາເລັດໃນເດືອນພຶດສະພາ 2021 ນີ້.

    ສໍາລັບການມາຢ້ຽມຢາມສອງບໍລິສັດຄັ້ງນີ້ ເພື່ອລົງມາໃກ້ຊິດຕິດແທດຕົວຈິງ ແລະ ພົບປະກັບຊາວຜູ້ອອກແຮງງານ ຕິດພັນກັບການຊຸກຍູ້ສົ່ງເສີມການດໍາເນີນທຸລະກິດໃຫ້ເຂົ້າສູ່ລະບົບ ພ້ອມທັງນໍາໃຊ້ແຮງງານໃຫ້ເປັນລະບົບ ພ້ອມນັ້ນ ຍັງໄດ້ຕິດພັນກັບການເຄື່ອນໄຫວຄຸ້ມຄອງທຸລະກິດ ເພື່ອເປັນການເກັບເກັບຂໍ້ມູນຕິດພັນກັບແຮງງານ ແລະ ສະຫວັດດີການ-ສັງຄົມ ເພື່ອນໍາໄປເປັນແບບຢ່າງໃນການບໍລິຫານທີ່ດີ ແນໃສ່ໃຫ້ບໍລິສັດ ຫຼືໂຮງງານອື່ນໆທີ່ຍັງບໍ່ທັນໄດ້ເຂົ້າສູ່ລະບົບປະກັນສັງຄົມ ໄດ້ມາຖອດຖອນບົດຮຽນ ແລະ ນໍາໄປຈັດຕັ້ງປະຕິບັດ ນອກນີ້ ຍັງເປັນການສ້າງຂະບວນການຄໍານັບຮັບຕ້ອນວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 135 ປີ (1/5/1886-1/5/2021) ແລະ ວັນຕ້ານການໃຊ້ແຮງງານເດັກ 12 ມິຖຸນາທີ່ຈະມາເຖິງນີ້.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!