
ຂະແໜງບໍລິຫານຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ສະຫຼຸບບັນຊີລາຍຮັບ-ລາຍຈ່າຍງົບປະມານທີ່ໄດ້ຮັບຈາກການປຸກລະດົມ ຄັ້ງວັນທີ 10 ເມສາ 2020 ປະກອບມີ ບໍລິສັດ SV ກຣຸບ ມອບເງິນ 180 ລ້ານກີບ ພ້ອມນໍາດື່ມ 360 ແກັດ ໃຫ້ 9 ຕົວເມືອງ ໃນນີ້ແບ່ງໃຫ້ເມືອງລະ 20 ລ້ານກີບ ພ້ອມກັບນໍ້າດື່ມເມືອງລະ 40 ແກັດ ລັດວິສາຫະກິດການຄ້ານະຄອນຫຼວງວຽງຈັນ ມອບເງິນ 20 ລ້ານກີບ ໃຫ້ເມືອງລະ 2 ລ້ານກີບ ສະເພາະເມືອງໄຊທານີ 4 ລ້ານກີບ ແລະ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນມອບເງິນ 10 ລ້ານກີບ ໃຫ້ເມືອງລະ 1 ລ້ານກີບ.

ສ່ວນອຸປະກອນການແພດທີ່ໄດ້ຮັບວັນທີ 26 ມີນາ 2020 ຈາກບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ມີເຄື່ອງວັດແທກອຸນຫະພູມ 2 ເຄື່ອງ ຜ້າອັດປາກ-ອັດດັງ 400 ກັບ ບໍລິສັດລາວ ຊຽງພົງ-ປີຈີເນສ ທ່ອງທ່ຽວພັດທະນາຈໍາກັດ ມີເຄື່ອງວັດແທກອຸນຫະພູມ 50 ເຄື່ອງ ຜ້າອັດປາກ100 ກັບ ເຈວລ້າງມື 192 ກ່ອງ ໃນນີ້ໄດ້ເບີກຈ່າຍແລ້ວ ຜ້າອັດປາກ-ອັດດັງ 42 ກັບ ແລະ ເຈວລ້າງມື 23 ກ່ອງ ປະກອບມີໃຫ້ຄະນະສະເພາະກິດທີ່ມາປະຊຸມ ຜ້າອັດປາກ-ອັດດັງ 37 ກັບ ເຈວລ້າງມື 18 ກ່ອງ ໃຫ້ຂົວມິດຕະພາບລາວ-ໄທ 1 ຜ້າອັດປາກ-ອັດດັງ 5 ກັບ ແລະ ເຈວລ້າງມື 5 ກ່ອງ.