ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ

    ວັນທີ 20 ເມສາ 2021 ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄດ້ໄຂຂື້ນຢ່າງເປັນທາງການ ທີ່ແຂວງຫາຍໜານ ສປ ຈີນ ພາຍໃຕ້ຫົວຂໍ້: “ທ່າມກາງການປ່ຽນແປງຂອງໂລກ ການຮ່ວມມືເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ເພີ່ມທະວີການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງເປັນປີຄົບຮອບ 20 ປີ ການສ້າງຕັ້ງເວທີດັ່ງກ່າວ ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງ ຈາກ ສປ ຈີນ ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 29 ປະເທດທົ່ວທະວີບອາຊີ ຜ່ານລະບົບອອນລາຍ ແລະ ໃນກອງປະຊຸມຄັ້ງນີ້ ໄດ້ເຊື້ອເຊີນທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີເປີດກອງປະຊຸມຢ່າງເປັນທາງການຜ່ານລະບົບອອນລາຍ. 

    ເພື່ອຮັດແໜ້ນຄວາມສາມັກຄີ ເສີມຂະຫຍາຍສາຍພົວພັນອັນດີງາມພາຍໃນພາກພື້ນອາຊີ ແນໃສ່ປຶກສາຫາລືກ່ຽວກັບແຜນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລາມໄປໃນທົ່ວໂລກ ໃນນັ້ນ ພາກພື້ນອາຊີ-ປາຊີຟິກ ກໍແມ່ນພາກພື້ນໜຶ່ງທີ່ມີຄວາມສ່ຽງສູງ ດັ່ງນັ້ນ ເພື່ອສະກັດກັ້ນການແຜ່ລະບາດ ແລະ ຟື້ນຟູເສດຖະກິດ ການສືບຕໍ່ຮ່ວມມື ແລະ ການວາງມາດຕະການຕ່າງໆ ຈຶ່ງເປັນສິ່ງຈຳເປັນທີ່ສຸດໃນການຄວບຄຸມ ແລະ ແກ້ໄຂບັນຫາຕ່າງໆໃນພາກພື້ນ. 

    ນອກນີ້ ໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການຍາດຊິງຜົນປະໂຫຍດຂອງປະເທດມະຫາອຳນາດ ຜົນກະທົບດ້ານເສດຖະກິດ ການຖ່າຍໂອນອຳນາດ ແລະ ການຈັດລະບຽບໂລກ. 

    ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນສຳລັບ ສປປ ລາວ ໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍຕ່າງໆ ແລະ ແລກປ່ຽນທັດສະນະຮ່ວມກັບບັນດາປະມຸກລັດ ນັກຄົ້ນຄວ້າ ນັກວາງນະໂຍບາຍ ເພື່ອຊອກຫາວິທີທາງອອກ ແລະ ເພີ່ມທະວີຂອບການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການເຊື່ອມໂຍງເສດຖະກິດ ໂຄງລ່າງພື້ນຖານດ້ານ ICT ແລະ ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງກັບພາກພື້ນ. 

    ດັ່ງນັ້ນ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຈຶ່ງມີບົດບາດສຳຄັນໃນການພັດທະນາເສດຖະກິດ ແລະ ຂ້າມຜ່ານຂໍ້ຈຳກັດດ້ານພູມສັນຖານຂອງ ສປປ ລາວ. 

    ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ທີ່ກຳລັງປະເຊີນຊະຕາກຳອັນດຽວກັນ ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມສາມັກຄີກັນ ເພື່ອຮ່ວມກັນເອົາຊະນະສິ່ງທ້າທາຍທັງປວງ ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານໂລກ ແລະ ສ້າງອະນາຄົດທີ່ສົດໃສໃຫ້ແກ່ໂລກຂອງພວກເຮົາ.

                # ຂ່າວ & ພາບ: ລັດເວລາ

error: Content is protected !!