ຂ່າວບໍ່ດີ ວັນນີ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 2 ກໍລະນີ

    ທ່ານ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 20 ເມສາ 2021 ທີ່ກະຊວງສາທາລະນະສຸກວ່າ: ວັນທີ 19 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 456 ຄົນ ຜົນກວດວິເຄາະທັງໝົດ ພົບຜູ້ຕິດເຊື້ອໃໝ່ 2 ຄົນ ຄື:

    ກໍລະນີຢັ້ງຢືນ 59 ເພດຍິງ ອາຍຸ 25 ປີ ສັນຊາດ ລາວ ອາຊີບ ນັກສຶກສາ ທີ່ຢູ່ປັດຈຸບັນ ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເຊິ່ງວັນທີ 6 ເມສາ ໝູ່ຂອງເອື້ອຍຮັກ 2 ຄົນ (ເພດຊາຍ) ລັກລອບຂີ່ເຮືອຂ້າມມາຈາກປະເທດໄທ ແລະ ເຂົ້າພັກຢູ່ບ້ານພັກໂຮງແຮມສາຍແພໄໝ 2 ຢູ່ແຂວງສະຫັວນນະເຂດ ແລ້ວໄດ້ມາພົບເອື້ອຍຮັກຂອງຜູ້ກ່ຽວ ທັງ 3 ຄົນ ໄດ້ໄປຮ້ອງຄາຣາໂອເກະ (ບໍ່ຮູ້ຊື່ຮ້ານ) ເວລາ 20:30 ໂມງ ໄດ້ຂຶ້ນລົດຈາກຄິວລົດແຂວງສະຫວັນນະເຂດ ມາ ນວ

    ວັນທີ 7 ເມສາ ເວລາ 5:40 ໂມງ ເດີນທາງມາຮອດ ນວ ທັງ 3 ຄົນ ເດີນທາງໄປຮ້ານຄາຣາໂອເກະ 8118 ຕັ້ງຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ຫຼັງຈາກນັ້ນ ເຂົ້າພັກຢູ່ໂຮງແຮມເຈືອງ 2 ບ້ານສີບຸນເຮືອງ ເມືອງຈັນທະບູລີ

    ວັນທີ 8 ເມສາ ຜູ້ກ່ຽວໄດ້ຮັບທັງ 3 ຄົນຢູ່ໂຮງແຮມດັ່ງກ່າວມາກິນເຂົ້າຢູ່ຮ້ານອາຫານ Funny 89 ຕັ້ງຢູ່ບ້ານທ່າສະຫວ່າງ ເມືອງໄຊທານີ ນວ

    ວັນທີ 9 ເມສາ ຕອນແລງ ໄດ້ເດີນທາງໄປຮັບທັງ 3 ຄົນ ຢູ່ໂຮງແຮມດັ່ງກ່າວ ໄປວັດສີເມືອງ ເມືອງສີສັດຕະນາກ ແລະ ກັບໄປສົ່ງພວກກ່ຽວຢູ່ໂຮງແຮມຄືນ ຫຼັງຈາກນັ້ນ ຜູ້ກ່ຽວເດີນທາງໄປຮຽນພາສາອັງກິດຢູ່ໂຮງຮຽນ Vientiane College ຕອນຄໍ່າ ມາຮັບທັງ 3 ຄົນຢູ່ໂຮງແຮມມາກິນເຂົ້າຢູ່ຮ້ານອາຫານ Funny 89 ຈົນຮອດເວລາປິດຮ້ານ ແລະ ໄປສົ່ງພວກກ່ຽວຢູ່ໂຮງແຮມ

    ວັນທີ 11 ເມສາ ຕອນຄ່ຳ ຜູ້ກ່ຽວໄດ້ຮັບຂ່າວວ່າທັງ 3 ຄົນ ເດີນທາງໄປສະຖານທີ່ບັນເທິງ WhatClub ແລະ ໄປຮ້ານຄາຣາໂອເກະ 8118

    ວັນທີ 12 ເມສາ ຕອນບ່າຍ ຜູ້ກ່ຽວພາທັງ 3 ຄົນໄປຮ້ານນວດ 111 ຢູ່ບ້ານໜອງບອນ ພາຍຫຼັງນວດແລ້ວ ໄດ້ພາກັນໄປກິນເຂົ້າປຽກໄກ່ຜູ້ໂອກ ຢູ່ໃນປ້ຳນ້ຳມັນສີບຸນເຮືຶອງ (ໃຊ້ເວລາ 1 ຊົ່ວໂມງ) ແລະ ກັບໄປສົ່ງທັງ 3 ຢູ່ໂຮງແຮມ ຕອນຄ່ຳຜູ້ກ່ຽວ ແລະ ເອື້ອຍຮັກ ເດີນທາງໄປກິນປິ້ງປາໝຶກຢູ່ທ່ົງຂັນຄຳ ຕໍ່ໜ້າສະຖານີດັບເພິງ ເມືອງຈັນທະບູລີ

    ວັນທີ 13 ເມສາ ໝູ່ເອື້ອຍຮັກທັງ 2 ຄົນ ມີໄຂ້ ແລະ ເມື່ອຍ ບໍ່ໄດ້ພົບກັບຜູ້ກ່ຽວ

    ວັນທີ 14-15 ເມສາ ຜູ້ກ່ຽວຮູ້ສຶກເມື່ອຍ

    ວັນທີ 16-17 ເມສາ ທັງ 3 ຄົນ ອອກຈາກໂຮງແຮມ (ບໍ່ຮູ້ເດີນທາງດ້ວຍວິທີໃດ) ໄດ້ຂີີ່ລົດກາຍບ້ານໝາກນາວ ມາຂຶ້ນເຮືອໄປທ່າບໍ່ ແຂວງໜອງຄາຍ ປະເທດໄທ ຜູ້ກ່ຽວໄດ້ຮັບໂທລະສັບວ່າທັງ 3 ຄົນຕິດເຊື້ອໂຄວິດ-19 ແລະ ໜຶ່ງໃນໝູ່ເອື້ອຍຮັກມີອາການໜັກ ຜູ້ກ່ຽວເດີນທາງໄປກວດຢູ່ໂຮງໝໍລາວ-ຫວຽດ ດ້ວຍອາການໄຂ້ ເມື່ອຍ ຖອກທ້ອງ ແລະ ໄດ້ຢາຈຳນວນໜຶ່ງມາກິນຢູ່ບ້ານ ອາການດີຂຶ້ນ

    ວັນທີ 19 ເມສາ ເດີນທາງມາກິນເຂົ້າຢູ່ເຮືອນໝູ່ ມີ 3 ຄົນ (ລວມທັງຜູ້ກ່ຽວ) ຮູ້ສຶກອ່ອນເພຍ ຈຶ່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ຖືກເກັບຕົວຢ່າງ ແລະ ເຂົ້ານອນແຍກປ່ຽວ ຜົນກວດວິເຄາະພົບເຊື້ອໂຄວິດ-19 ປັດຈຸບັນ ເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

    ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 19 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນຍັງລໍຖ້າຜົນກວດ ພ້ອມກັນນັ້ນຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

    ສ່ວນກໍລະນີຢັ້ງຢືນ 60 ເພດຍິງ ອາຍຸ 28 ປີ ສັນຊາດ ລາວ ອາຊີບ ແມ່ເຮືອນ ທີ່ຢູ່ປັດຈຸບັນ ບ້ານນາຊອນ ເມືອງນາຊາຍທອງ ນວ

    ວັນທີ 7 ເມສາ ເສີມດັງຢູ່ກຸງເທບ

    ວັນທີ 8-9 ເມສາ ບໍ່ໄດ້ເດີນທາງໄປໃສ

    ວັນທີ 10 ເມສາ ມີໄຂ້ ເຈັບຄໍ ໄອ ແລະ ຖ່າຍແຫຼວເປັນມູກ

    ວັນທີ 11-17 ເມສາ ບໍ່ໄດ້ເດີນທາງໄປໃສ

    ວັນທີ 18 ເມສາ ຂຶ້ນລົດແທັກຊີຈາກກຸງເທບມາຮອດໜອງຄາຍ ຫຼັງຈາກນັ້ນ ມີຄົນໄທຕິດຕໍ່ຜູ້ຂັບເຮືອໃຫ້ມາສົ່ງຢູ່ຝັ່ງລາວ ແລະ ມີລົດມາສົ່ງຜູ້ກ່ຽວຢູ່ທ່າເຮືອ

    ວັນທີ 19 ເມສາ ຂ້າມເຮືອນ້ອຍມາຮອດຝັ່ງລາວຢູ່ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ມີລົດຮຸນໄດມາຮັບເອົາຜູ້ກ່ຽວ ແລະ ຜູ້ກ່ຽວແວ່ໄປຫາໝູ່ຢູ່ເຂດຊ້າງສາມຫົວ ຈ້າງລົດຕຸກໆໄປກວດຢູ່ໂຮງໝໍມະໂຫສົດ ເພື່ອຂໍກວດຊອກຫາໂຄວິດ-19 ແພດແນະນຳໃຫ້ໄປກວດຢູ່ໂຮງໝໍມິດຕະພາບ ເມື່ອມາຮອດໂຮງໝໍມິດຕະພາບ ໄດ້ຖືກເກັບຕົວຢ່າງກວດ

    ວັນທີ 20 ເມສາ ຜົນກວດວິເຄາະພົບເຊື້ອໂຄວິດ-19 ປັດຈຸບັນເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ

    ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 4 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ປັດຈຸບັນຍັງລໍຖ້າຜົນກວດ ພ້ອມນັ້ນ ຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!