ປະຊາຊົນຈຳນວນຫຼວງຫຼາຍ ມີຄວາມຕື່ນຕົວໄປສັກຢາວັກຊິນກັນພະຍາດໂຄວິດ-19

    ພາຍຫຼັງສຳເລັດການສະເຫຼີມສະຫຼອງປີໃໝ່ລາວ ປະຊາຊົນຈຳນວນຫຼວງຫຼາຍໄດ້ມີຄວາມຕື່ນຕົວເຂົ້າມາສັກຢາວັກຊິນປ້ອງກັນໂຄວິດ-19 ຢູ່ຕາມສະຖານທີ່ຕ່າງໆ ເປັນຕົ້ນ ໂຮງໝໍເມືອງ ຫຼືສະຖານໃຫ້ບໍລິການສັກຢາວັກຊິນປ້ອງກັນໂຄວິດ-19 ຢ່າງເປັນຂະບວນຟົດຟື້ນ. 

    ທ່ານ ທະນົງສັກ ຈິດປະເສີດ ຫົວໜ້າຫ້ອງການສາທາລະນະສຸກເມືອງສີສັດຕະນາກ ໃຫ້ສຳພາດວັນທີ 20 ເມສາ 2021 ວ່າ: ນັບແຕ່ວັນທີ 19 ເມສາເປັນຕົ້ນມາ ເຫັນວ່າປະຊາຊົນ ພະນັກງານ ທະຫານ ຕຳຫຼວດ ຕະຫຼອດຮອດຊາວຄ້າຂາຍ ທັງຄົນລາວ ແລະ ຕ່າງປະເທດທີ່ອາໄສໃນນະຄອນຫຼວງວຽງຈັນ ໄດ້ພ້ອມພາກັນຕື່ນຕົວມາສັກຢາວັກຊິນປ້ອງກັນໂຄວິດ-19 ຢ່າງຫຼວງຫຼາຍ ຢູ່ເມືອງສີສັດຕະນາກ ສະເພາະວັນທີ 19 ເມສາ ມີປະຊາຊົນມາສັກວັກຊິນ 500 ຄົນ ເມື່ອມີປະຊາຊົນເຂົ້າມາບໍລິການຫຼາຍ ເຮັດໃຫ້ພະນັກງານແພດໝໍບໍ່ມີເວລາຜັກຜ່ອນ ເຮັດວຽກເກີນໂມງ ເນື່ອງຈາກວ່າພະນັກງານແພດໝໍບໍ່ພຽງພໍໃນການໃຫ້ບໍລິການປະຊາຊົນ ສະນັ້ນ ຫົວໜ້າຫ້ອງການສາທາລະ ນະສຸກເມືອງຈຶ່ງໄດ້ອອກຂໍ້ກຳນົດ ມື້ໜຶ່ງໃຫ້ຮັບ 400 ຄົນຕໍ່ມື້ (ຕອນເຊົ້າ 200 ຄົນ ຕອນແລງ 200 ຄົນ) ທັງນີ້ກໍ່ເພື່ອປະສິດທິພາບໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານແພດໝໍ. 

    ສຳລັບເມືອງສີສັດຕະນາກ ໄດ້ເລີ່ມເປີດຂະບວນການສັກຢາວັກຊິນປ້ອງກັນໂຄວິດ-19 ໃນເດືອນມີນາ 2021 ໃນຮອບທີ 1 ໄດ້ຮັບຢາ 2.000 ໂດສ ໂດຍສັກໃຫ້ກຸ່ມເປົ້າໝາຍຫຼັກ ເປັນຕົ້ນແມ່ນພະນັກງານແພດໝໍ ພະນັກງານໂຮງແຮມທີ່ເປັນບ່ອນກັກໂຕ ທະຫານ ຕຳຫຼວດທີ່ປະຈຳຢູ່ຊາຍແດນ ພະນັກງານທີ່ເຮັດວຽກຢູ່ຮ້ານອາຫານ ຫຼັງຈາກນັ້ນ ກໍເປີດສັກໃຫ້ປະຊາຊົນ ພະນັກງານທົ່ວໄປ ວັກຊິນທີ່ນຳມາສັກມີ 2 ຊະນິດຄື sinopharm ແລະ Astra Zeneca ປັດຈຸບັນ ສັກຢາ sinopharm ສັກໄດ້ປະມານ 2.500 ຄົນ ຢາ Astra Zeneca ສັກໄດ້ປະມານ 500 ຄົນໃນຮອບທີ 1 ໂດຍໃຫ້ບໍລິການ 8:30-11:30 ໂມງ ແລະ 13:30-16:00 ໂມງ ວັນຈັນ ຫາ ວັນສຸກ.

                # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!