3 ວັນ ທົ່ວປະເທດເສຍຊີວິດຈາກອຸບັດເຫດ 30 ລາຍ

    ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ແຈ້ງໃຫ້ນັກຂ່າວວຽງຈັນໃໝ່ຊາບວ່າ: ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນັບແຕ່ວັນທີ 14-16 ເມສາ 2021 ຜ່ານມາ ທົ່ວປະເທດມີອຸບັດເຫດທາງຖະໜົນເກີດຂຶ້ນທັງໝົດ 222 ລາຍ ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 159 ລາຍ ມີພາຫະນະເປ່ເພຈຳນວນ 398 ຄັນ ເພີ່ມຂຶ້ນ 290 ຄັນ ຄົນໄດ້ຮັບບາດເຈັບ 387 ຄົນ ເພີ່ມຂຶ້ນ 282 ຄົນ ແລະ ມີຄົນເສຍຊີວິດທັງໝົດ 30 ຄົນ ຍິງ 4 ຄົນ.

    ຈາກສະຖິຕິ 6 ອັນດັບແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ ຂອງກົມຕຳຫຼວດຈະລາຈອນຄື: ຈຳປາສັກເກີດຂຶ້ນ 30 ລາຍ ສະຫວັນນະເຂດ 24 ລາຍ ຫຼວງພະບາງ 22 ລາຍ ໄຊຍະບູລີ 20 ລາຍ ວຽງຈັນ 19 ລາຍ ແລະ ນະຄອນຫຼວງວຽງຈັນ 18 ລາຍ.

    ສຳລັບແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ ນັບແຕ່ວັນທີ 14-16 ເມສາ 2021 ນະຄອນຫຼວງວຽງຈັນ ເສຍຊີວິດ 8 ລາຍ ຍິງ 1 ລາຍ ໄຊຍະບູລີ 6 ລາຍ ຍິງ 2 ລາຍ ຈຳປາສັກ 4 ລາຍ ຫຼວງພະບາງ 3 ລາຍ ບໍລິຄຳໄຊ 2 ລາຍ ສະຫວັນນະເຂດ 2 ລາຍ ຫົວພັນ 1 ລາຍ (ຍິງ) ໄຊສົມບູນ 1 ລາຍ ວຽງຈັນ 1 ລາຍ ຄຳມ່ວນ 1 ລາຍ ແລະ ແຂວງສາລະວັນອີກ 1 ລາຍ.

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!