ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ

    ວັນທີ 19 ເມສາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດພິທີປາຖະກະຖາວັນສະເຫຼີມສະຫຼອງສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (14 ເມສາ 1955 ຫາ 14 ເມສາ 2021) ແລະ ກະກຽມຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ທີ່ສໍາເລັດໃນທ້າຍປີ 2020 ຜ່ານມາ ເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ຜທ ມີທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ພ້ອມບັນດາສະມາຊິກຊາວໜຸ່ມພາຍໃນກະຊວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ອຸຕະແກ້ວ ແກ້ວດວງສິນ ກ່າວວ່າ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 66 ປີຄັ້ງນີ້ ເພື່ອຮັບຟັງປາຖະກະຖາເລົ່າມູນເຊື້ອຂອງການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນພາລະກິດປະຕິວັດໃນໄລຍະຕໍ່ສູ້ປົດປ່ອຍຊາດຈາກພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນຮອດໄລຍະພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາໂດຍກົງ ຮອບດ້ານ ຂອງພັກປະຊາຊົນປະຕິວັດລາວ ພ້ອມນັ້ນ ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ເຊິ່ງພິທີໂຮມຊຸມນຸມຂອງພວກເຮົາໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ ທົ່ວກຳລັງປະກອບອາວຸດ ທົ່ວປວງຊົນລາວທັງຊາດ ແລະ ສະມາຊິກຊາວໜຸ່ມທົ່ວປະເທດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ເວົ້າລວມ ເວົ້າສະເພາະ ກໍຄືສະມາຊິກຊາວໜຸ່ມທົ່ວຂະແໜງ ແຜນການ ແລະ ການລົງທຶນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ມະຕິກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມ ຄັ້ງທີ IV ຂອງກະຊວງແຜນການ ແລະ ການລົງທຶນ ແລະ ເບີກບານມ່ວນຊື່ນຊົມເຊີຍວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 66 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ໃນຕອນທ້າຍຂອງພິທີພວກເຮົາຍັງຈະໄດ້ມີການຈັດກິດຈະກໍາສໍາມະນາວິຊາການພາຍໃຕ້ຫົວຂໍ້:“ຊາວໜຸ່ມຍຸກໃໝ່ ກັບການສ້າງເສດຖະກິດຄອບຄົວ” ເຊິ່ງກິດຈະກໍາດັ່ງກ່າວ ແມ່ນໄດ້ຄັດເລືອກເອົາສະມາຊິກຊາວໜຸ່ມທີ່ເປັນຕົວແທນຈາກບັນດາໜ່ວຍຊາວໜຸ່ມອອ້ມຂ້າງກະຊວງແຜນການ ແລະ ການລົງທຶນ.

.

​                           # ຂ່າວ & ພາບ: ຊິລິການດາ

error: Content is protected !!