ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2026, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ອານວາ ອານາບາເອບ (Anwar Anarbaev), ຜູ້ຕາງໜ້າພິເສດຂອງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບການເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ອານວາ ອານາບາເອບ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ກຽກກິດສະຖານ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານການທູດ ຕັ້ງຢູ່ ກົວລາລໍາເປີ, ມາເລເຊຍ ໃນນາມຜູ້ຕາງໜ້າພິເສດຂອງ ປະທານາທິບໍດີ ກຽກກິດສະຖານ ໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກຽກກິດສະຖານ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫຼອດໄລຍະຜ່ານມາ ໃນເມື່ອກ່ອນ ກໍຄືສະໄໝອະດີດສະຫະພາບໂຊວຽດ ກຽກກິດສະຖານ ກໍເປັນໜຶ່ງໃນບັນດາລັດອະດີດສະຫະພາບໂຊວຽດ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ ແລະ ຫວັງວ່າ ສປປ ລາວ ແລະ ກຽກກິດສະຖານ ຈະຮ່ວມມືກັນໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍໃຫ້ແໜ້ນແຝ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນເຖິງ ທ່ານ ອາດຶນເບກ ກາຊືມາລີເຢບ (Adylbek Kasymaliev), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກຽກກິດສະຖານ ອີກດ້ວຍ.

ໃນຂະນະດຽວກັນ, ທ່ານ ເອກອັກຄະລັດຖະທູດ ອານວາ ອານາບາເອບ ໃນນາມຜູ້ຕາງໜ້າພິເສດຂອງ ປະທານາທິບໍດີ ກຽກກິດສະຖານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ກຽກກິດສະຖານ ແລະ ລາວ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ ແລະ ນຳເອົາຄວາມຢື້ຢາມຖາມຂ່າວຈາກປະທານາທິບໍດີ ຊາດູ ຊາປາຣົບ (Sadyr Japarov ) ເຖິງປະທານປະເທດ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສ.ກຽກກິດສະຖານ ແລະ ເຊື້ອເຊີນ ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມ ກຽກກິດສະຖານ ໃນໂອກາດທີ່ເໝາະສົມ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ເປັນມູນເຊື້ອມາແຕ່ດົນນານ. ສປປ ລາວ ແລະ ກຽກກິດສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 13 ກໍລະກົດ 1995, ພິເສດໃນປີ 2025 ທີ່ຜ່ານມາ ສອງຝ່າຍໄດ້ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ, ຊຶ່ງສອງຝ່າຍໄດ້ແລກປ່ຽນສານຊົມເຊີຍ ເຊິ່ງກັນ ແລະ ກັນ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງຊາດ ລາວ ແລະ ກຽກກິດສະຖານ. ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ ການຍົກເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການນໍາກັນແລ້ວ ລົງນາມໃນປີ 2016 ເລີ່ມປະຕິບັດ 2017 ຊຶ່ງສະແດງອອກໃນການຊຸກຍູ້ຊ່ວຍເຫຼືອສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ ຕະຫຼອດມາ.