ສະຫວັນນະເຂດ “ເມືອງທາງຜ່ານ” ສູ່ “ເມືອງປາຍ​ທາງ” ປີ 2025 ສ້າງລາຍຮັບສູງ​ເຖິງ 10 ຕື້ກີບ ຕ້ອນຮັບນັກທ່ອງທ່ຽວກວ່າ 1 ລ້ານຄົນ

ໂດຍ: ສ.ແສງ​ງາມ

ຈາກແຂວງທີ່ເຄີຍເປັນພຽງຈຸດຜ່ານຂອງນັກເດີນທາງ ມື້ນີ້ “ສະຫວັນນະເຂດ” ກຳລັງສ້າງປາກົດການໃໝ່ໃນວົງການ ທ່ອງທ່ຽວລາວ ພາຍຫຼັງສາມາດດຶງດູດນັກທ່ອງທ່ຽວເຂົ້າແຂວງໄດ້ກວ່າ 1 ລ້ານຄົນ ແລະ ສ້າງລາຍຮັບສູງເຖິງ 10 ຕື້ກີບ ໃນປີ 2025 ຜ່ານມາ ນັບເປັນສະຖິຕິໃໝ່ທີ່ບໍ່ເຄີຍມີມາກ່ອນ.

ຄວາມສຳເລັດນີ້ ບໍ່ແມ່ນເກີດຂຶ້ນພຽງຂ້າມຄືນ ແຕ່ເປັນຜົນຈາກການວາງຍຸດທະສາດພັດທະນາການທ່ອງ ທ່ຽວຢ່າງຈິງຈັງ ພ້ອມການນຳເອົາລະບົບທັນສະໄໝມາໃຊ້ໃນດ່ານຂົວມິດຕະພາບ ເພື່ອຮອງຮັບການເດີນທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ລຳຄູນ ວໍລະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສະຫວັນນະເຂດ ໃຫ້ສຳ ພາດເມື່ອບໍ່​ດົນ​ມານີ້ວ່າ: ສະຫວັນນະເຂດມີຈຸດແຂງດ້ານພູມສາດ ເປັນສູນກາງເຊື່ອມຕໍ່ລະຫວ່າງພາກເໜືອ-ພາກໃຕ້ ລວມທັງເຊື່ອມລາວ-ໄທ-ຫວຽດນາມ ເຮັດໃຫ້ແຂວງນີ້ກາຍເປັນ “ປະຕູທ່ອງທ່ຽວ” ທີ່ສຳຄັນຂອງພາກກາງ.

ນອກຈາກຈຸດເດັ່ນດ້ານທຳມະຊາດ ແລະ ທີ່ຕັ້ງທາງພູມສາດແລ້ວ ສະຫວັນນະເຂດຍັງໄດ້ສ້າງອັດຕະລັກການທ່ອງທ່ຽວຜ່ານຄຳຂວັນ “3 ໄຫວ້ 4 ເບິ່ງ 5 ຊົມ” ເຊັ່ນ: 3 ໄຫວ້ ປະກອບມີ: ໄຫວ້ພະທາດອີງຮັງ, ໄຫວ້ພະທາດໂຜ່ນ ແລະ ໄຫວ້ຫໍພະໄຕຣປິດົກ. 4 ເບິ່ງ ປະ​ກອບ​ມີເບິ່ງຫໍພິພິທະພັນແຂວງ, ເບິ່ງຫໍພິພິທະພັນໄດໂນເສົາ, ເບິ່ງຫໍພິພິທະພັນຮ່ວມສຳພັນສູ້ຮົບລາວ-ຫວຽດນາມ, ເບິ່ງມໍລະດົກສະຖານໜອງເຮືອທອງ ແລະ 5 ຊົມ ປະ​ກອບມ​ີ ຊົມຕົວເມືອງເກົ່າປະຫວັດສາດ-ໜອງຫຼົ່ມປ່າສະຫງວນດົງນາຕາດ ນະຄອນໄກສອນພົມວິຫານ, ຊົມລີງ-ປາຝາ-ຝາຍສູຍ ຈຳພອນ, ທ່ຽວຊົມໂອງມັ່ງ-ນົກຍາງຂາວ-ແຫຼ່ງຂຸດຄົ້ນກະດູກໄດໂນເສົາຊົນນະບູລີ, ຊົມໂນນຫີນດ້າງ-ໂພນຊ້າງສານ-ສີສະເກດສວນຕານ-ຜາສາດຫີນໄຊພູທອງ ແລະ ທ່ຽວຊົມພະທາດນາງລາວ-ພະເຈົ້າອົງແສນ-ຫີນສາມເສົ້າ-ນໍ້າເກົ້າແຄວ ວິລະບູລີ. ພ້ອມນັ້ນ ຍັງມີການພັດທະນາແຫຼ່ງມໍລະດົກ ແລະ ເມືອງເກົ່າ ເພື່ອໃຫ້ກາຍ ເປັນແຫຼ່ງທ່ອງທ່ຽວສຳຄັນຂອງພາກກາງ.

ສະຫວັນນະເຂດຍັງດຶງດູດນັກທ່ອງທ່ຽວດ້ວຍສຽງລຳພື້ນບ້ານ 4 ທຳນອງ ທີ່ເປັນມໍລະດົກທາງວັດທະນະທຳ ພ້ອມອາຫານຂຶ້ນຊື່ຢ່າງ “ຊີ້ນສະຫວັນ”, “ໝໍ້າສະຫວັນ” ແລະ “ໄກ່ປີ້ງເຊໂນ” ທີ່ກາຍເປັນເມນູຫ້າມພາດຂອງນັກຊິມ.

ຂະນະດຽວກັນ ທາງແຂວງຍັງສຸມໃສ່ຈັດລະບຽບຮ້ານອາຫານ, ໂຮງແຮມ ແລະ ຮ້ານບັນເທີງ ໂດຍກຳນົດໂຊນໃໝ່ໃຫ້ຊັດເຈນ ເພື່ອສ້າງພາບລັກການທ່ອງທ່ຽວທີ່ເປັນລະບຽບ ແລະ ທັນສະໄໝ.

ຈາກ “ເມືອງທາງຜ່ານ” ສູ່ “ເມືອງ​ປາຍ​ທາງ” ປັດຈຸບັນ ສະຫວັນນະເຂດກຳລັງກ້າວຂຶ້ນເປັນໜຶ່ງໃນຈຸດໝາຍປາຍທາງທ່ອງທ່ຽວທີ່ໜ້າຈັບຕາຂອງລາວ ດ້ວຍການຜະສົມຜະສານລະຫວ່າງມໍລະດົກວັດທະນະທຳ, ສະເໜ່ອາຫານພື້ນບ້ານ ແລະ ການບໍລິຫານທັນສະໄໝ ທີ່ກຳລັງປ່ຽນໃຫ້ “ເມືອງຜ່ານ” ກາຍເປັນ “ເມືອງຕ້ອງແວະ” ຂອງນັກເດີນທາງທັງພາຍໃນ ແລະ ຕ່າງປະເທດ.

error: Content is protected !!