ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ວັນທີ 19 ເມສາ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ທ່ານ ຄຳຝັ້ນ ສໍແອງນົງ ເຈົ້າເມືອງຜາອຸດົມ ແລະ ພາກສ່ວນກ່ຽວຂ້ອງ.



ໂອກາດນີ້ ທ່ານຮອງປະທານປະເທດກໍໄດ້ສະແດງຄວາມຊົມເຊີຍເມືອງຜາອຸດົມ ທີ່ສືບຕໍ່ມີສະຖຽນລະພາບດ້ານການເມືອງ ພ້ອມທັງເນັ້ນໃຫ້ບັນດາສະຫາຍທີ່ເປັນການນຳຫຼັກແຫຼ່ງຂອງເມືອງ ເອົາໃຈໃສ່ບາງບັນຫາ ເປັນຕົ້ນ ການຊີ້ນຳ-ນຳພາພະນັກງານພາຍໃນເມືອງ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນບັນຫາໃຈກາງ ເພື່ອບໍ່ໃຫ້ພວກອິດທິກຳລັງປໍລະປັກຕົວະຍົວະສວຍໃຊ້ ເອົາໃຈໃສ່ເບິ່ງຄົນໃນຄອບຄົວ ລູກຫຼານບໍ່ໃຫ້ໄປຂ້ອງກ່ຽວກັບບັນຫາຢາເສບຕິດ ໂດຍຖືເອົາການສຶກສາເປັນສຳຄັນ ໃຫ້ມີການອົບຮົມສັ່ງສອນ ແລະ ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາທີ່ຖືກຕ້ອງ ແລະ ມີວິຊາອາຊີບຕິດໂຕ ບັນດາຂະແໜງການຂອງເມືອງຕ້ອງລົງເລິກເຖິງຮາກຖານ ໂດຍເພີ່ມຄວາມເປັນເອກະພາບຂອງຄະນະບໍລິຫານງານພັກເມືອງ ໃນນີ້ຄະນະປະຈຳພັກເມືອງຕ້ອງເປັນແບບຢ່າງ ຜູ້ໃດຮັບຜິດຊອບວຽກງານໃດຕ້ອງກຳແໜ້ນວຽກງານນັ້ນ ຕ້ອງເຮັດແທ້ທຳຈິງ ຕ້ອງໄປຮອດໄປເຖິງປະຊາຊົນ ຫາກເຮັດໄດ້ທັງໝົດນັ້ນ ຈະເຮັດເມືອງຜາອຸດົມມີການຫັນປ່ຽນໃນທ່າກ້າວກະໂດດ ແລະ ຖືກທິດ.
# ຂ່າວ & ພາບ: ສະບາໄພ