ລາວ–ອີຢູ ​ສົ່ງ​ເສີ​ມ​ແຜນ​ງານ TICAF ຍົກລະດັບກະສິກຳສີຂຽວ ແລະ ການຄ້າຍືນຍົງ

ທ່າມກາງຄວາມທ້າທາຍດ້ານສະພາບອາກາດ ແລະ ການແຂ່ງຂັນທາງການຄ້າໃນຕະຫຼາດໂລກ, ສປປ ລາວ ກຳລັງເດີນໜ້າສ້າງອະນາຄົດກະສິກຳແບບສີຂຽວ ແລະ ຍືນຍົງ ຜ່ານແຜນງານ TICAF ທີ່ມຸ່ງເນັ້ນການພັດທະນາການຄ້າ, ການລົງທຶນ ແລະ ການເຊື່ອມໂຍງໃນຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບບັນດາຄູ່ຮ່ວມພັດທະນາສາກົນ.

ໃນວັນທີ 13 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ຮ່ວມກັບ ສະຫະພາບເອີຣົບ, ສາທາລະນະລັດ ຝຣັ່ງ ແລະ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ຈັດກອງປະຊຸມຄະນະຊີ້ນຳລະດັບສູງ ຄັ້ງທີ 2 ປະຈຳປີ 2026 ຂອງແຜນງານ TICAF ຂຶ້ນ ເພື່ອທົບທວນຄວາມຄືບໜ້າ ແລະ ກຳນົດທິດທາງການຮ່ວມມືໃນໄລຍະຕໍ່ໄປ.

ກອງປະຊຸມຄັ້ງນີ້​ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ມາກ ກາລາກເກີ (Mark Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ທ່ານ ນາງ ເບເນດິກ ເດຊໍາ (Bénédicte Deschamps) ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ແລະ ທ່ານ ຮັນ ອູຣິກ ຊຸດເບັກ (Hans-Ulrich Südbeck) ເອກອັກຄະລັດຖະທູດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ,ຄູ່ຮ່ວມພັດທະນາ ແລະ ອົງການສາກົນເຂົ້າຮ່ວມ.

ແຜນງານ TICAF ຖືເປັນກົນໄກສຳຄັນ ໃນການສົ່ງເສີມການຜະລິດກະສິກຳທີ່ຍືນຍົງ ແລະ ທົນທານຕໍ່ການປ່ຽນແປງສະພາບອາກາດ. ໂດຍມີເປົ້າໝາຍສຳຄັນໃນການພັດທະນາຕ່ອງໂສ້ມູນຄ່າກາເຟ, ຊາ ແລະ ຜະລິດຕະພັນຈາກປ່າໄມ້ ໃຫ້ສາມາດແຂ່ງຂັນໃນຕະຫຼາດສາກົນ ຄວບຄູ່ກັບການປັບປຸງຊີວິດການເປັນຢູ່ຂອງຊຸມຊົນຊົນນະບົດ ແລະ ກຸ່ມຊາວກະສິກອນຂະໜາດນ້ອຍ.

ໃນກອງປະຊຸມ, ທ່ານ ປອ. ລິນຄໍາ ດວງສະຫວັນ ໄດ້ກ່າວເນັ້ນເຖິງຜົນສຳເລັດສຳຄັນຂອງແຜນງານ ໂດຍສະເພາະການຍົກລະດັບຕ່ອງໂສ້ມູນຄ່າກາເຟ ແລະ ຊາ ໃນພາກເໜືອຂອງລາວ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນໃນຕະຫຼາດສາກົນ. ພ້ອມນັ້ນ ຍັງມີຄວາມຄືບໜ້າດ້ານການປັບປຸງລະບົບການຄໍ້າປະກັນຄວາມຖືກຕ້ອງຕາມກົດໝາຍຂອງໄມ້ (TLAS) ແລະ ການຈົດທະບຽນອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກ.

ນອກຈາກນີ້, ແຜນງານຍັງໄດ້ສະໜັບສະໜູນທຶນການສຶກສາດ້ານປ່າໄມ້ໃຫ້ນັກສຶກສາຈຳນວນ 100 ທ່ານ ແລະ ເລີ່ມຕົ້ນຟື້ນຟູເສັ້ນທາງເລກທີ 2 ເພື່ອອຳນວຍຄວາມສະດວກໃນການຂົນສົ່ງຜະລິດຕະພັນກະສິກຳ ໄປສູ່ຕະຫຼາດພາກພື້ນ.

ທີ່ປະຊຸມຍັງໄດ້ຮັບຟັງລາຍງານຄວາມຄືບໜ້າຈາກໂຄງການ Green Cup ແລະ ProFEB ພ້ອມທັງການແລກປ່ຽນບົດຮຽນຈາກຜູ້ໄດ້ຮັບຜົນປະໂຫຍດໃນທ້ອງຖິ່ນ ກ່ຽວກັບການພັດທະນາອາຊີບ ແລະ ການອະນຸລັກປ່າໄມ້ຄວບຄູ່ກັນ.

ພ້ອມກັນນັ້ນ, ສປປ ລາວ ແລະ ສະຫະພາບເອີຣົບ ຍັງໄດ້ເລີ່ມການປຶກສາຫາລືເພື່ອສ້າງຕັ້ງ “ຄູ່ຮ່ວມມືດ້ານປ່າໄມ້” (Forest Partnership) ແບບຮອບດ້ານ ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ, ຮັບມືກັບບັນຫາການທຳລາຍປ່າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ.

ກອງປະຊຸມໄດ້ສະຫຼຸບບັນດາທິດທາງນະໂຍບາຍຮ່ວມກັນ ເພື່ອສືບຕໍ່ຂັບເຄື່ອນແຜນງານ TICAF ໃຫ້ປະກົດຜົນເປັນຈິງ ພາຍໃຕ້ວິໄສທັດການພັດທະນາສີຂຽວ ແລະ ຍືນຍົງ ຂອງ ສປປ ລາວ.

error: Content is protected !!