ການນໍາ​ ນວ​ ມອບອຸປະກອນການແພດປ້ອງກັນໂຄວິດ-19 ​ໃຫ້ກັບ ​9 ຕົວເມືອງ

    ວັນທີ​ 11-12 ​ເມສາ​ 2020​ ການນໍາ​ນະຄອນຫຼວງວຽງຈັນ ໄດ້ລົງເຄື່ອນໄຫວມອບເຄື່ອງອຸປະກອນການແພດທີ່ຈໍາເປັນໃຫ້ 9​ ຕົວເມືອງ​ອ້ອມຂ້າງ​ນະຄອນຫຼວງວຽງຈັນ​ ເພື່ອນໍາໃຊ້ເຂົ້າໃນການ​ປ້ອງກັນ​ ສະກັດກັ້ນ​ ແລະ ​ເຝົ້າລະວັງການແຜ່ລະບາດຂອງເຊື້ອພະຍາດຈຸລະໂຣກສາຍພັນໃໝ່ (COVID-19)​. 

    ເຄື່ອງອຸປະກອນຈໍາເປັນທີ່ນໍາມາມອບໃຫ້ແຕ່ລະເມືອງຄັ້ງນີ້ ແມ່ນມອບຜ້າອັດປາກ-ອັດດັງເມືອງລະ 30 ກັບ ພ້ອມເຫຼົ້າ 90​ ເມືອງລະ 10 ລິດ​ ນອກນັ້ນ ຍັງມີຜູ້ອຸປະຖໍາຈາກພາກສ່ວນຫົວໜ່ວຍທຸລະກິດ ເອກະຊົນຂອງແຕ່ລະເມືອງ ມາມອບເຄື່ອງປ້ອງກັນພະຍາດໂຄວິດ19 ຕື່ມອີກ.​

error: Content is protected !!