ຈັດກິດຈະກໍາເທດສະໜາທຳ ໃນຫົວຂໍ້ ບໍ່ເກີດແຫ່ງຄວາມຈິບຫາຍ

   ວັນທີ 9 ເມສາ 2021 ພະອາຈານ ບຸນຍາດ ຄໍາພູ ປະຈໍາວັດນາກໃຫຍ່ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງວຽງຈັນ ທັງ​ເປັນທີ່ປຶກສາອົງການພຸດທະສາສະໜາສໍາພັນລາວ ພ້ອມຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຈັດກິດຈະກໍາເທດສະໜາທຳໃນຫົວຂໍ້ ບໍ່ເກີດແຫ່ງຄວາມຈິບຫາຍ ພ້ອມທັງແຈກປື້ມ ແລະ ບິກ ໃຫ້ນັກຮຽນທຸກຄົນຢູ່ໂຮງຮຽນມັດທະຍົມສົມບູນສີສັດຕະນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີຄະນະອຳນວຍການ ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມເກືອບ 300 ຄົນ.

    ພະອາຈານ ບຸນຍາດ ຄໍາພູ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກໍາດັ່ງກ່າວ ເພື່ອໃຫ້ນັກຮຽນ ກໍຄືຊາວໜຸ່ມ-ໄວໜຸ່ມ ໄດ້ເຂົ້າໃຈກ່ຽວກັບຫົວຂໍ້ ບໍ່ເກີດແຫ່ງຄວາມຈິບຫາຍ ເຊິ່ງຫົວຂໍ້ນີ້ ເປັນການສຶກສາອົບຮົມຄົນ ໂດຍອາຈານໄດ້ຍົກໃຫ້ເຫັນຄວາມເປັນນັກເລງຂອງການມືນເມົາສິ່ງເສບຕິດຕ່າງໆ ເປັນຕົ້ນ ຢາບ້າ ກັນຊາ ເຮໂລອິນ ການເປັນນັກເລງຂອງຜູ້ຍິງມີເມຍ 1 ດີຫຼາຍ ມີເມຍ 2 ສະໝອງແຕກ ແລະ ມີເມຍ 3 ມ້າມແຕກ ຄວາມເປັນນັກເລງຫຼິ້ນການພະນັນ ຄົບຄົນຊ່ວຍເປັນມີດ ແລະ ອື່ນໆ ເຊິ່ງເປັນກິດຈະກຳດີໆອັນໜຶ່ງທີ່ພະອາຈານ ບຸນຍາດ ຄໍາພູ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ເພື່ອເຮັດໃຫ້ລູກຫຼານຂອງປະຊາຊົນບັນດາເຜົ່າທີ່ພວມຢູ່ໃນໄວສຶກສາຮໍ່າຮຽນ ທີ່ເປັນຜູ້ສືບທອດອະນາຄົດຂອງຊາດ ໄດ້ເປັນຄົນດີ ມີຄວາມກະຕັນຍູ ຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ ຄູບາອາຈານ ແລະ ພ້ອມກັນເດີນທາງໄປຖືກຕ້ອງ ໃນຊີວິດພົບແຕ່ອັນດີ ພ້ອມກັນມີອະນາຄົດທີ່ສົດໃສ ມີວຽກເຮັດງານທຳ ແລະ ອື່ນໆ.

# ຂ່າວ & ພາບ: ສົມສະຫວັນ

error: Content is protected !!