ປະດັບຫຼຽນໄຊພັດທະນາໃຫ້ປະທານສະພາບໍລິຫານ JDB

    ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຕາງໜ້າ​ໃຫ້​ລັດຖະບານ​ລາວໄດ້ປະດັບຫຼຽນໄຊພັດທະນາຊັ້ນ 1 ​ໃຫ້ທ່ານ ເອກພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບສ່ວນ​ຊ່ວຍ​ເຫຼືອ​ສັງຄົມ ​ແລະ ປະ​ເທດ​ຊາດ ພິທີ​ໄດ້​ຈັດ​ຂຶ້ນວັນທີ 12 ເມສາ 2021 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ (JDB) ນະຄອນຫຼວງ​ວຽງ​ຈັນ ມີບັນດາຫົວໜ້າຮອງຫົວ​ນ້າກົມກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກີລາ ກະຊວງພາຍໃນ ພ້ອມດ້ວຍຜູ້ບໍລິຫານລະດັບສູງຕະຫຼອດເຖິງພະນັກງານວິຊາການທະນາຄານຮ່ວມພັດທະນາ​ເຂົ້າ​ຮ່ວມ.

       ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ ວ່າດ້ວຍການປະດັບຫຼຽນໄຊພັດທະນາຊັ້ນ I ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບເລກທີ 63/ສພຊ ລົງວັນທີ 8 ທັນວາ 2015 ໝວດທີ 6 ມາດຕາ 67 ຂໍ້ 11 ແລະ ອີງຕາມຄໍາສະເໜີຂອງນາຍົກລັດມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 27/ນຍ ລົງວັນທີ 24 ກຸມພາ 2021 ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດ: ປະດັບຫຼຽນໄຊພັດທະນາຊັ້ນ I ໃຫ້ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາທີ່ມີຜົນງານດີເດັ່ນທີ່ໄດ້ປະກອບສ່ວນຊ່ວຍ ເຫຼືອທຶນການສຶກສາ ປຸກສ້າງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທີ່ແຂວງອຸດົມໄຊ ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ ລວມມູນຄ່າ 1,81 ຕື້ກີບ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານການສຶກສາ ທ່ານ ເອກະພັນ ພະພິທັກ ເປັນນັກທຸລະກິດ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານການສຶກສາ ຈຶ່ງໄດ້ຕັດສິນໃຈປະກອບສ່ວນຊ່ວຍປຸກສ້າງໂຮງຮຽນຢູ່ໃນເຂດຊົນນະບົດ ແລະ ທຸກຍາກຂາດເຂີນ ເພື່ອປູກຈິດສໍານຶກໃຫ້ເດັກນ້ອຍຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກໄດ້ມີບ່ອນສຶກສາຮໍ່າຮຽນທີ່ດີມີຄວາມຮູ້ເປັນອະນາຄົນຂອງຊາດ ໃນໄລຍະຜ່ານມາທ່ານຍັງ​ໄດ້ຊ່ວຍເຫຼືອຊຸກຍູ້ສັງຄົມຫຼາຍດ້ານ ແລະ ໃນອະນາຄົດທ່ານຈະໃຫ້ການຊ່ວຍເຫຼືອດ້ານວຽກງານການສຶກສາຕື່ມອີກ .                                                            

error: Content is protected !!