ກອງປະຊຸມວິຊາການທາງທັນຕະກຳ ຄັ້ງທີ 5 ສປປ ລາວ ແລະ ສ ເກົາ ຄະນະທັນຕະແພດ ສາດ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ແລະ ມະຫາວິທະຍາໄລແຫ່ງຊາດເຊອູນ ລາວ-ເກົາຫຼີ ໃນຫົວຂໍ້:ພັດທະນາການຮຽນ-ການສອນ ແລະ ການເຝິກປະຕິບັດທາງທັນຕະກຳໃນໄລຍະພະຍາດໂຄວິດ-19 ມີການລະບາດ ຈັດຂຶ້ນເມື່ອບໍ່ດົນຜ່ານມາທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ນະຄອນ ຫຼວງວຽງຈັນ ເປັນປະທານຂອງທ່ານ ດຣ ບຸນຍົງ ສີດາພອນ ຄະນະບໍດີຄະນະທັນຕະແພດສາດ ມີພະນັກງານຄູອາຈານ ແລະ ນັກສຶກສາທັນຕະແພດເຂົ້າຮ່ວມ 85 ຄົນ.


ການຈັດກອງປະຊຸມຄັ້ງນີ້ເພື່ອປະຕິບັດແຜນພັດທະນາການຮຽນ-ການສອນ ແລະ ການເຝິກປະຕິບັດຕົວຈິງທາງດ້ານຄລີນິກໃນໄລຍະການເກີດພະຍາດໂຄວິດ-19 ການຮຽນດ້ວຍສື່ເອເລັກໂທຣນິກ ການອັດວີດີໂອເພື່ອໃຫ້ນັກສຶກສາສາມາດຕິດຕາມການຮຽນໄດ້ ມາດຕະການການປິ່ນປົວຄົນເຈັບ ການເຝິກປະຕິບັດຕົວຈິງ ແລະ ການຂ້າເຊື້ອພາຍຫຼັງການປິ່ນປົວຄົນເຈັບ ຂໍ້ຫ້າມ ແລະ ຂໍ້ຄວນລະວັງໃນການປະຕິບັດການໃຫ້ນັກສຶກສາ ພະນັກງານແພດໝໍ ແລະ ພະນັກງານຄູອາຈານ ທັງນີ້ເພື່ອເປັນການຍົກລະດັບທາງດ້ານວິຊາການໃຫ້ພະນັກງານ ແລະ ນັກສຶກສາ ເຊິ່ງກອງປະຊຸມນີ້ໄດ້ຮັບການສະໜັບສະໜູນຈາກໂຄງການ Dr LEE Jong-wook–Seoul Project ທີ່ໄດ້ສືບຕໍ່ຊ່ວຍເຫຼືອດ້ານງົບປະມານມາແຕ່ປີ 2010 ເປັນຕົ້ນມາ.
ສົມສະຫວັນ ຮູບ 19.4.2021