100 ກວ່າຫົວໜ່ວຍທຸລະກິດ ໄດ້ຮັບລາງວັນຈາກການປະຕິບັດພັນທະອາກອນປະຈໍາປີ 2020

   ພິທີມອບລາງວັນ ແລະ ໃບຍ້ອງຍໍທີ່ລະນຶກໃຫ້ຫົວໜ່ວຍທຸລະກິດທີ່ມີຜົນງານໃນການປະຕິບັດພັນທະອາກອນ ປະຈໍາປີ 2020 ວັນທີ 19 ເມສາ 2021 ທີ່ກົມສ່ວຍສາອາກອນ ໃຫ້ກຽດມອບລາງວັນປະເພດ I ຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ມອບໃບຍ້ອງຍໍປະເພດ II ຂອງທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ມີບັນດາຜູ້ອໍານວຍການ ຮອງອໍານວຍການແລະ ຕາງໜ້າຫົວໜ່ວຍທຸລະກິດເຂົ້າຮ່ວມ. 

    ທ່ານ ທໍາມະລົດ ລາດຊາພົນ ຮອງຫົວໜ້າກົມສ່ວຍສາອາກອນກ່າວວ່າ: ການມອບລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຫົວໜ່ວຍທຸລະກິດຜູ້ມີຜົນງານດີ ໃນການປະຕິບັດພັນທະສ່ວຍສາອາກອນ ປະຈໍາປີ 2020 ເຊິ່ງເປັນການປະກອບສ່ວນໃນການພັດທະນາ ສ້າງສາພັດທະນາພັດທະນາປະເທດຊາດ ທັງເປັນການປະຕິບັດຕາມກົດໝາຍຢ່າງຖືກຕ້ອງ ແລະ ໃຫ້ການຮ່ວມມືເປັນຢ່າງດີ ຂອງຫົວໜ່ວຍທຸລະກິດ ກົມສ່ວຍສາອາກອນໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ການປະຕິບັດພັນທະຂອງບັນດາຫົວໜ່ວຍທຸລະກິດທັງໝົດ ປັດຈຸບັນມີປະມານ 130.000 ກວ່າຫົວໜ່ວຍ ເວົ້າລວມທົ່ວປະເທດ ເວົ້າສະເພາະ ບັນດາຫົວໜ່ວຍທຸລະກິດ ບໍລິສັດ ແລະ ຜູ້ປະກອບການທີ່ຂຶ້ນກັບການຄຸ້ມຄອງຂອງກົມສ່ວຍສາອາກອນມີປະມານ 460 ຫົວໜ່ວຍຂະໜາດໃຫຍ່ ແຕ່ການມອບເງິນເຂົ້າງົບປະມານແມ່ນກວມອັດຕາສ່ວນໃຫຍ່ຂອງລາຍຮັບສ່ວຍສາອາກອນ ເຊິ່ງສົກງົບປະມານປີ 2020 ສະພາບເສດຖະກິດຂອງໂລກ ແລະ ພາກພື້ນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຕໍ່ກັບການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ແຜ່ລາມໄປເກືອບທຸກປະເທດໃນທົ່ວໂລກ ລວມທັງ ສປປ ລາວ ກໍໄດ້ຮັບຜົນກະທົບໃນທຸກຂົງເຂດພາກສ່ວນເສດຖະກິດ ຫຼາຍພາກສ່ວນທຸລະກິດໄດ້ມີການປະຄັບປະຄອງ ມີການປັບຕົວ ພ້ອມທັງຫັນເປັນໂອກາດ ແລະ ຫຼາຍພາກສ່ວນກໍສາມາດດໍາເນີນຕໍ່ໄປໄດ້. 

    ສໍາລັບການຄົ້ນຄວ້າ ເພື່ອຮອງຮັບການມອບລາງວັນ ແລະ ໃບຍ້ອງຍໍທີ່ລະນຶກນີ້ ປະກອບມີ ການມອບລາງວັນທີ່ລະນຶກ ໄດ້ກໍານົດເອົາ 4 ເງື່ອນໄຂພື້ນຖານຄື: ມີການແຈ້ງ-ມອບປົກກະຕິ ການຍື່ນເອກະສານລາຍງານການເງິນທ່ວງທັນຕາມກໍານົດເວລາທີ່ກໍານົດໄວ້ ບໍ່ມີໜີ້ຄ້າງໃນລະບົບ ແລະ ຈາກການກວດກາໄລ່ລຽງ ແລະ ບໍ່ມີການປັບໃໝຊັກຊ້າ ແລະ ມອບລາຍຮັບຫຼາຍກວ່າ 20 ຕື້ກີບຂຶ້ນໄປ ເຊິ່ງບໍລິສັດໃດປະຕິບັດໄດ້ຄົບ 4 ເງື່ອນໄຂ ແມ່ນໃຫ້ປະເພດ 1 ແລະ ຖ້າຫາກບໍລິສັດໃດປະຕິບັດບໍ່ຄົບຕາມ 4 ເງື່ອນໄຂ ແຕ່ບໍ່ໃຫ້ຫຼຸດ 3 ເງື່ອນໄຂ ແລະ ມອບພັນທະຫຼາຍກວ່າ 1 ຕື້ ຫາ 19 ຕື້ກີບ ແມ່ນຈັດຢູ່ໃນປະເພດ 2 ເຊິ່ງຜ່ານການຄັດເລືອ ກເຫັນວ່າມີ 52 ພາກສ່ວນຫົວໜ່ວຍທຸລະກິດທີ່ຈັດຢູ່ໃນປະເພດ 1 ແລະ ມີ 88 ຫົວໜ່ວຍທຸລະກິດຈັດຢູ່ໃນປະເພດ 2.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!