ເຈົ້າແຂວງ ເຈົ້າຄອງນະຄອນອາຊຽນ-ຈີນ ປຶກສາຫາລືຫຼາຍບັນຫາສຳຄັນ

    ວັນທີ 19 ເມສາ 2021 ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ເຂົ້າຮ່ວມກອງປະຊຸມສົນທະນາລະຫວ່າງເຈົ້າແຂວງ ເຈົ້າຄອງນະຄອນອາຊຽນ-ຈີນ ປະຈໍາປີ 2021 (ກອງປະຊຸມທາງໄກ) ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ເຟີງເຟີຍ ເຈົ້າແຂວງຫາຍໜານ ສປ ຈີນ ແລະ ບັນດາປະເທດສະມາຊິກເຂົ້າຮ່ວມ. 

    ໃນກອງປະຊຸມ ບັນດາປະເທດສະມາຊິກ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ການຮ່ວມມືດ້ານຕ່າງໆ ການສ້າງມິດຕະພາບ ການຊ່ວຍເຫຼືອ ການເປີດກວ້າງການຮ່ວມມື ການແລກປ່ຽນບົດຮຽນໃນການຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.

    ໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ກໍໄດ້ແລກປ່ຽນບາງບົດຮຽນໃນຫົວຂໍ້: “ການຮ່ວມກັນຕອບຕ້ານການແຜ່ລະບາດພະຍາດໂຄວິດ-19” ວ່າ: ໄລຍະທ້າຍປີ 2019 ລັດຖະບານລາວ ກໍຄື ນວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ວາງມາດຕະການຢ່າງເຂັ້ມງວດໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂຢ່າງເປັນລະບົບ ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ໃຫ້ປະຊາຊົນຮັບຮູ້ ເຂົ້າໃຈຕໍ່ໄພອັນຕະລາຍ ແລະ ມາດຕະການປ້ອງກັນພະຍາດດັ່ງກ່າວ ໄດ້ປະກາດປິດຕົວເມືອງ ແລະ ປິດປະເທດ (Lockdown) ໃນໄລຍະທີ່ມີການແຜ່ລະບາດຮຸນແຮງ ພ້ອມແນະນໍາປະຊາຊົນປັບວິຖີການດໍາລົງຊີວິດແບບໃໝ່ເພື່ອຫຼີກລ່ຽງການຕິດເຊື້ອພະຍາດດັ່ງກ່າວ ເຂັ້ມງວດໃນການເດີນທາງລະຫວ່າງປະເທດ ຜູ້ໂດຍສານທີ່ເດີນທາງມາຈາກຕ່າງປະເທດ ຕ້ອງໄດ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ກະຊວງການຕ່າງປະເທດຢ່າງເປັນທາງການກ່ອນ ຕ້ອງມີໜັງສືຢັ້ງຢືນຄວາມຈຳເປັນ ແລະ ຢັ້ງຢືນການກວດເຊື້ອພະຍາດໂຄວິດ-19 ກ່ອນການເດີນທາງເຂົ້າປະເທດ ເມື່ອເດີນທາງເຂົ້າມາແລ້ວ ຕ້ອງໄດ້ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ອີກຄັ້ງ ໄດ້ກຳນົດເອົາ 35 ໂຮງແຮມເປັນບ່ອນກັກຕົວ ສຳລັບຄົນຕ່າງປະເທດ ແລະ ຄົນລາວທີ່ມີເງື່ອນໄຂນໍາໃຊ້ໂມງ GPS ແບບທັນສະໄໝ ເພື່ອຕິດຕາມການເຄື່ອນໄຫວຕະຫຼອດເວລາການກັກຕົວ 14 ວັນ ສຳລັບແຮງງານລາວທີ່ມາຈາກຕ່າງປະເທດ ແມ່ນມີສູນກັກຕົວສະເພາະທີ່ລັດຖະບານກຽມໄວ້ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ. 

    ປັດຈຸບັນ ມີຜູ້ຖືກຢັ້ງຢືນການຕິດເຊື້ອພະຍາດໂຄວິດ-19 ມີ 58 ກໍລະນີ ບໍ່ມີຜູ້ເສຍຊີວິດ ປິ່ນປົວຫາຍດີແລ້ວ 49 ກໍລະນີ ກໍາລັງປິ່ນປົວ 9 ກໍລະນີ ເພື່ອສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດອອກສູ່ວົງກວ້າງ ລັດຖະບານລາວ ກໍຄືອົງການປົກຄອງທ້ອງຖິ່ນໄດ້ສັກວັກຊິນໃຫ້ບຸຄະລາກອນທາງການແພດ ແລະ ເປົ້າໝາຍທີ່ມີຄວາມສ່ຽງທົ່ວປະເທດແລ້ວ ໃນໄລຍະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ນວ ແລະ ບັນດານະຄອນເພື່ອນມິດ ສປ ຈີນ-ອາຊຽນ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນແມ່ນ ຢາ ບຸຄະລາກອນ ແລະ ອຸປະກອນການແພດ ວັກຊິນຕ່າງໆ ເຊິ່ງເປັນປະໂຫຍດຫຼາຍຕໍ່ການສະກັດກັ້ນ ແລະ ການຮັບມືກັບພະຍາດດັ່ງກ່າວ ທັງເປັນບົດພິສູດຄວາມສາມັກຄີຂອງບັນດານະຄອນເພື່ອນມິດພວກເຮົາ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວລາທີ່ມີບັນຫາລະດັບໂລກ ທັງເປັນບົດພິສູດໃນການແລກປ່ຽນແນວຄິດປະດິດສ້າງເພື່ອຟື້ນຟູລະບົບເສດຖະກິດ ແລະ ການດຳລົງວິຖີຊີວິດແບບໃໝ່ ພາຍຫຼັງການສິ້ນສຸດການລະບາດຂອງພະຍາດໂຄວິດ-19.

                # ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!