ຖືວ່າໂຮງງານຊີມັງຫຼວງພະບາງຈຽງເກີ ເປັນຜູ້ຜະລິດຊີມັງລາຍໃຫຍ່ອີກແຫ່ງໜຶ່ງຢູ່ພາກເໜືອ ຂອງ ສປປ ລາວ ດ້ວຍກໍາລັງການຜະລິດ 2.000 ໂຕນຕໍ່ວັນ ດ້ວຍເຫດນີ້ ເພື່ອຮັບປະກັນດ້ານຄຸນ ນະພາບ ແລະ ສາມາດສະໜອງຊີມັງໃຫ້ກັບຕະຫຼາດໄດ້ຢ່າງພຽງພໍນັ້ນ ບໍລິສັດຈຶ່ງໄດ້ເອົາໃຈໃສ່ ໃນການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ທາງດ້ານວິຊາການ ໄປພ້ອມໆກັບການເອົາໃຈ ໃສ່ ວຽກນະໂຍບາຍທາງດ້ານສະຫວັດດີການສັງຄົມ ຕໍ່ພະນັກງານ-ກໍາມະກອນ.
ທ່ານ ເວິ້ນເຢົ່າເຊີນ ຜູ້ຈັດການ ບໍລິສັດ ຊີມັງຫຼວງພະບາງຈຽງເກີ ຈໍາກັດຜູ້ດຽວ ໃຫ້ສໍາພາດ ເມື່ອ ບໍ່ດົນຜ່ານມານີ້ວ່າ: ປະຈຸບັນບໍລິສັດມີພະນັກງານທັງໝົດ 230 ຄົນ ໃນນີ້ພະນັກງານ-ກໍາມະ ກອນທີ່ເປັນຄົນລາວມີ 190 ກວ່າຄົນ ປະຈຸບັນ ບໍລິສັດພວມດຳເນີນການປັບປຸງການຈັດຕັ້ງ ການຈັດວາງຕຳແໜ່ງງານໃຫ້ເໝາະສົມກັບພະນັກງານ ແລະ ກຳມະກອນ ເພື່ອຮັບປະກັນວຽກງານໃຫ້ເດີນໄປຢ່າງຕໍ່ເນື່ອງ ແລະ ວ່ອງໄວ ບັນຫານີ້ ເປັນວຽກທີ່ສຳຄັນຫຼາຍ ເພາະມີຫຼາຍຕຳ ແໜ່ງງານຕ້ອງການພະນັກງານ ແລະ ກຳມະກອນ ຜູ້ມີຄວາມຮູ້ ຄວາມສາມາດ ຊຳນານງານ ແລະ ມີທັງປະສົບການ ໃນຕໍ່ໜ້ານີ້ ບໍລິສັດຈຶ່ງຈຳຕ້ອງໄດ້ມີການຈັດຊຸດເຝິກອົບຮົມວຽກງານວິຊາສະເພາະ ການໄປທັດສະນະເພື່ອຊອກຮູ້ວຽກງານດ້ານວິຊາການ ລວມທັງແຜນສົ່ງໄປຮຽນໄລຍະສັ້ນທາງພາຍໃນ ແລະ ຕ່າງປະເທດ.
ເມື່ອບໍລິສັດມີກຳລັງແຮງງານ ທີ່ພຽງພໍທາງດ້ານວິຊາການ ເຕັກນິກ ປະສົບການ ມີຊີວິດຈິດໃຈທີ່ເຂັ້ມແຂງ ແລະ ຫ້າວຫັນຕໍ່ໜ້າທີ່ການງານແລ້ວ ແນ່ນອນການຜະລິດຊີມັງກໍ່ຕ້ອງໄດ້ຄຸນນະພາບທີ່ດີ ສາມາດຜະລິດໄດ້ຫຼາຍ ເພື່ອຕອບສະໜອງຄວາມຕ້ອງການໃນການກໍ່ສ້າງຂອງສັງຄົມ ກໍຄືການຮັກສາລະດັບການຂະຫຍາຍຕົວ ຂອງໂຮງງານໄປໄດ້ຢ່າງຕໍ່ເນື່ອງ.