ຂ່າວຮ້າຍມີມາລຽນຕິດ ມື້ນີ້ກວດພົບຜູ້ຕິດເຊື້ອ Covid ອີກ 1 ລາຍ ເປັນເພດຊາຍຢູ່ ນະຄອນຫຼວງວຽງຈັນ

    ຫຼ້າສຸດພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ລາຍ ເພດຊາຍ ອາຍຸ 21 ປີ ອາຊີບນັກສຶກສາ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ໃນວັນທີ 12 ເມສາ 2020 ເຊິ່ງລາຍຫຼ້າສຸດນີ້ເປັນລາຍທີ 19 ທີ່ໄດ້ມີການສຳຜັດໃກ້ຊີດກັບກໍລະນີທີ 16.

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ: ໃນວັນທີ 11 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 46 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 18 ຄົນ ກໍລະນີມີອາການສົງໄສ 28 ຄົນ ແຮງງານລາວທີ່ກັບມາແຕ່ໄທ 00 ຄົນ.

    ໃນຈຳນວນ 46 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 32 ຄົນ ແລະ ຕ່າງແຂວງ 14 ຄົນ (ແຂວງໄຊສົມບູນ 01 ຄົນ ຄໍາມ່ວນ 02 ຄົນ ໄຊຍະບູລີ 02 ຄົນ ບໍລິຄໍາໄຊ 04 ຄົນ ຊຽງຂວາງ 03 ຄົນ ແລະ ແຂວງສະຫວັນນະເຂດ 02 ຄົນ) ເຊິ່ງຜົນກວດທັງໝົດແມ່ນພົບເຊື້ອ 01 ກໍລະນີ ເຊິ່ງແມ່ນຜູ້ສຳຜັດໃກ້ຊິດກັບກໍລະນີທີ 16.

     ປະຫວັດການເຄື່ອນໄຫວ:ກໍລະນີທີ 19 ຜູ້ກ່ຽວໄດ້ພັກຢູ່ຫ້ອງດຽວກັນກັບຜູ້ຕິດເຊື້ອກໍລະນີທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020.

    ໃນໄລຍະວັນທີ 29 ມີນາ ແລະ ວັນທີ 04 ເມສາ ໄດ້ມີການຊຸມແຊວກັນ ເຊິ່ງເປັນໄລຍະດຽວກັບໝູ່ຜູ້ຕິດເຊື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນ.

    ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນ ທີ່ຂຶ້ນກັບບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

    ຈາກນັ້ນ ທີມງານໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ແນະນຳໃຫ້ໄປກວດຢູ່ໂຮງໝໍ ມາຮອດວັນທີ 11 ເມສາ ຜູ້ກ່ຽວຈຶ່ງໄດ້ມາກວດ ແລະ ພົບວ່າຕິດເຊື້ອ COVID-19 ແລະ ໄດ້ຮັບການເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

    ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີທີ 19 ແມ່ນກຸ່ມຄົນດຽວກັນກັບກໍລະນີ 16, 17, 18 ລວມມີ 13 ຄົນ ປັດຈຸບັນ ໄດ້ເຂົ້ານອນຕິດຕາມຢູ່ ໂຮງໝໍ 103.

error: Content is protected !!