
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ ໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2562 ແລະ ຕ້ອນຮັບປີໃໝ່ ປີຊວດ ພສ 2563 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ຈາກບັນພະບູລຸດຂອງພວກເຮົາ ຂ້າພະເຈົ້າ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄຳອວຍພອນອັນປະເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງຄົນເຊື້ອຊາດລາວທຸກທ່ານ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດ ປະຕິບັດໜ້າທີ່ ແລະ ທຳມາຫາກິນຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ ພາລະນາໄມສົມບູນ ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວ ທີ່ຮັກແພງທັງຫຼາຍ ໃນປີເກົ່າ ພສ 2562 ທີ່ພວມກ້າວລ່ວງໄປນີ້ ເປັນປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກແຮງແຂ່ງຂັນກັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຢ່າງເປັນຂະບວນຟົດຟື້ນ ໂດຍໄດ້ຮັບໝາກຜົນທີ່ເປັນຮູບປະທຳໃນຫຼາຍດ້ານ ພ້ອມດຽວກັນ ຂ້າພະເຈົ້າມີຄວາມພາກພູມໃຈ ທີ່ເຫັນວ່າຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ພາຍໃຕ້ການນຳພາຢ່າງໃກ້ຊິດຂອງພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງຫນ້າຂອງປະຊາຊົນລາວບັນດາເຜົ່າ ສປປ ລາວ ສາມາດສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ ມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດແຫ່ງຊາດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດ້ວຍຈັງຫວະການຂະຫຍາຍຕົວ 6,4% ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນໄດ້ 2.683 ໂດລາສະຫະລັດ ຂົງເຂດການສຶກສາ ວັດທະນະທຳ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາຊົນລາວເຮົາມີຄວາມສາມັກຄີປອງດອງ ເປັນປຶກແຜ່ນ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫຼາຍ ການພົວພັນຮ່ວມມືລະຫວ່າງປະເທດເຮົາກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ນະໂອກາດນີ້ ຂ້າພະເຈົ້າຂໍຕາງໜ້າໃຫ້ການນຳພັກ-ລັດ ສະແດງຄວາມຊົມເຊີຍ ສັນລະເສີນ ຄວາມຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ-ທຸກຊັ້ນຄົນໃນຂອບເຂດທົ່ວປະເທດ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ ດ້ວຍຄວາມເປັນເຈົ້າການ ຫ້າວຫັນຕະຫຼອດປີທີ່ຜ່ານມາ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວທີ່ຮັກແພງທັງຫຼາຍ ປີຊວດ ພສ 2563 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສຳຄັນສຳລັບ ສປປ ລາວ ເຮົາ ເຊິ່ງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍ ໜ້າທີ່ວຽກງານຫຼາຍຢ່າງທີ່ສຳຄັນຂອງພັກ ແລະ ຂອງຊາດ ໃນນັ້ນ ພວກເຮົາຈະໄດ້ພ້ອມກັນສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະ ການຟື້ນຟູປົວແປງຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດໃນຫວ່າງແລ້ວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນອະນາຄົດອັນໃກ້ນີ້ ເພື່ອກ້າວໄປສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.
ເຖິງຢ່າງໃດກໍຕາມ ການບັນລຸເປົ້າໝາຍດັ່ງກ່າວ ຖືເປັນພາລະກິດອັນໜັກໜ່ວງຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງຈາກ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນເກີດໄພພິບັດທຳມະຊາດ ພະຍາດລະບາດ ແລະ ໄພແຫ້ງແລ້ງຖະຫຼົ່ມໃສ່ປະເທດພວກເຮົາຫຼາຍຄັ້ງໃນຊຸມປີຜ່ານມາ ຍິ່ງໄປກວ່ານັ້ນ ປັດຈຸບັນຫຼາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ ພວມປະເຊີນກັບວິກິດການແຜ່ລະບາດຮ້າຍແຮງຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບເປັນວົງກວ້າງຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງບັນດາປະຊາຊາດໃນໂລກ ເວົ້າສະເພາະຢູ່ ສປປ ລາວ ເຮົາ ພັກ ແລະ ລັດຖະບານ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດ ໃນການກັນໂຕ້ຕອບ ແລະ ແກ້ໄຂກ່ຽວກັບພະຍາດນີ້ ໃນນັ້ນ ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ ປະເມີນສະຖານະການຢ່າງສະໝ່ຳສະເໝີ ເພື່ອວາງມາດຕະການໃຫ້ເຫມາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ ເພື່ອຫຼຸດຜ່ອນການເຈັບເປັນຂອງປະຊາຊົນ ແລະ ຈຳກັດການແຜ່ລະບາດຂອງພະຍາດໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ ດັ່ງນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງສ່ວນບຸກຄົນ ນິຕິບຸກຄົນ ແລະ ພາກສ່ວນຕ່າງໆໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດໄດ້ປະກາດອອກໄປແລ້ວນັ້ນຢ່າງເຂັ້ມງວດ.
ພ້ອມດຽວກັນ ຂ້າພະເຈົ້າຂໍຖືໂອກາດນີ້ ຕາງຫນ້າໃຫ້ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງທັນການ ຕໍ່ພາລະກິດດັ່ງກ່າວນີ້ດ້ວຍ.
ພີ່ນ້ອງຮ່ວມຊາດ ແລະ ເຊື້ອຊາດລາວທີ່ຮັກແພງທັງຫຼາຍ ຕໍ່ຫນ້າສະພາບການດັ່ງທີ່ກ່າວມາຂ້າງເທິງນັ້ນ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງອີກເທື່ອໜຶ່ງ ມາຍັງພີ່ນ້ອງຮ່ວມຊາດ ສະມາຊິກພັກ ພະນັກງານ ທະຫານ ຕຳຫຼວດ ຈົ່ງພ້ອມກັນເພີ່ມທະວີຮັກສາມູນເຊື້ອຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ ຜ່ານຜ່າສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບໃນປັດຈຸບັນ ສືບຕໍ່ເສີມຂະຫຍາຍຜົນສຳເລັດອັນດີງາມ ແລະ ຕັ້ງໜ້າແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນປີທີ່ຜ່ານມາໃຫ້ຫຼຸດໜ້ອຍຖອຍລົງ ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງອ່ວຍໜ້າກັບມາຫາປະເທດ ບ້ານເກີດຂອງເຊື້ອເຜົ່າພົງພັນພວກເຮົາ ຮ່ວມກັບປະຊາຊົນໃນຊາດ ເພື່ອຮ່ວມກັນເຮັດໃຫ້ປະເທດຊາດທີ່ແສນຮັກຂອງພວກເຮົາ ມັ່ງຄັ່ງ ເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລຍິ່ງໆຂຶ້ນໄປ.
ຂໍອວຍພອນໃຫ້ປີໃໝ່ ປີຊວດ ພສ 2563 ນຳເອົາໂຊກໄຊ ຜົນສຳເລັດໃໝ່ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.