ວັນທີ 12 ເມສາ 2020 ທີ່ສະໜາມບິນສາກົນວັດໄຕ ມີພິທີສົ່ງຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການ ຈາກ ສປ ຈີນ ຈຳນວນ 12 ທ່ານ ກັບຄືນປະເທດ ພາຍຫຼັງເດີນທາງມາຊ່ວຍເຫຼືອວຽກງານການຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຢູ່ ສປປ ລາວ ແຕ່ວັນທີ 29 ມີນາ ເຖິງ 10 ເມສາ 2020 ໂດຍມີທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ມີຄະນະຜູ້ແທນຈາກສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ການປະຕິບັດວຽກຂອງຄະນະຊ່ຽວຊານການແພດຈາກ ສປ ຈີນ ທີ່ໄດ້ຮ່ວມເຮັດວຽກກັບແພດຝ່າຍລາວ ໃນໄລຍະເວລາ 11 ວັນ ທັງຢູ່ຂັ້ນສູນກາງ ແລະ ບັນດາແຂວງ ທັງພາກເໜືອ-ພາກໃຕ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ມາດຕະການ ແລະ ມາດຕະຖານໃນການປ້ອງກັນພະຍາດ COVID-19 ເປັນຕົ້ນໄດ້ຈັດເຝິກອົບຮົມ ຖ່າຍຖອດບົດຮຽນ ແລະ ປະສົບການຕົວຈິງ ໂດຍໃຫ້ຄຳປຶກສາ ແລະ ແນະນຳ ປັບປຸງແບບແຜນວິທີເຮັດວຽກ ຄຸ້ມຄອງກໍລະນີຜູ້ຖືກສົງໄສ ການຮັກສາອະນາໄມສິ່ງແວດລ້ອມ ອາຄານສະຖານທີ່ ວິທີການກວດກາຊອກຫາເຊື້ອຈຸລະໂຣກ COVID-19 ແລະ ການປິ່ນປົວພະຍາດດ້ວຍການນຳໃຊ້ຢາຫຼວງ-ຢາພື້ນເມືອງ ລວມແລ້ວ ມີ 17 ປື້ມຄູ່ມີ ເພື່ອໃຫ້ແພດຝ່າຍລາວນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ນອກຈາກນີ້ ຄະນະຊ່ຽວຊານການແພດຍັງໄດ້ລົງໄປຢ້ຽມຢາມ ກວດກາຄວາມພ້ອມ ແລະ ການໃຫ້ບໍລິການປິ່ນປົວຄົນເຈັບທີ່ເປັນພະຍາດ COVID-19 ຢູ່ບັນດາໂຮງໝໍສູນກາງ ເຊັ່ນ: ໂຮງໝໍມິດຕະພາບ ໂຮງໝໍເສດຖາທິລາດ ໂຮງໝໍ 103 ແລະ ສູນຈຳກັດບໍລິເວນຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ພ້ອມທັງໃຫ້ຄຳປຶກສາ ແນະນຳຕ່າງໆໃນການຮັບມື ແລະ ຮັບປະກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດນີ້.

ໂອກາດນີ້ ທ່ານ ບຸນກອງ ສີຫາວົງ, ໄດ້ຕາງໜ້າລັດຖະບານ ພະນັກງານແພດໝໍ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງພັກ ແລະ ລັດຖະບານ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການສົ່ງຄະນະຊ່ຽວຊານການແພດ ແລະ ບັນດາອຸປະກອນຈຳເປັນຕ່າງໆທາງການແພດ ໂດຍມີມູນຄ່າມະຫາສານ ມາຊ່ວຍເຫຼືອແກ່ ສປປ ລາວ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ທີ່ກຳລັງແຜ່ລະບາດໄປທົ່ວໂລກ ອວຍພອນໃຫ້ຄະນະຊ່ຽວຊານການແພດ ແລະ ເຈົ້າໜ້າທີ່ທາງການຈາກ ສປ ຈີນ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ອວຍພອນໃຫ້ສາຍພົວພັນມິດຕະພາບ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ຈະເລີນງອກງາມ ທະວີຄູນຂຶ້ນໄປເລື້ອຍໆ ແລະ ສາມາດເອົາຊະນະກັບພະຍາດ COVID-19 ນີ້ຢ່າງມີໄຊ.