
ກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 21 ສະໄໝທີ VI ຈັດຂຶ້ນວັນທີ 10-13 ມີນາ 2020 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຮອງເລຂາຄະນະພັກ ຄະນະປະຈຳພັກ ຄະນະພັກ ນວ ເຈົ້າເມືອງ ຫົວໜ້າພະແນກ ແລະ ອົງການທຽບເທົ່າເຂົ້າຮ່ວມ.
ກອງປະຊຸມໄດ້ຮັບການລາຍງານ ແລະ ໃຫ້ທິດຊີ້ນຳບົດສະຫຼຸບການນຳພາຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ນວ ປະຈຳປີ 2019 ແລະ ແຜນວຽກຈຸດສຸມຮອດເດືອນສິງຫາ 2020 (ໝົດສະໄໝທີ VI ຂອງຄະນະພັກ ນວ) ໃນນີ້ໄດ້ຮັບຟັງລາຍງານ ແລະ ໃຫ້ທິດຊີ້ນຳກ່ຽວກັບຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານທົ່ວ ນວ ແລະ ແຜນສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານທີ່ຍັງເຫຼືອ ອົງຄະນະພັກເມືອງ ກອງບັນຊາການ ປກຊ-ປກສ ພ້ອມນັ້ນຮັບຟັງລາຍງານ ແລະ ໃຫ້ທິດຊີ້ນຳຜົນການປະເມີນໃຫ້ຄະແນນຕໍ່ພະນັກງານນຳພາ-ຄຸ້ມຄອງ ແລະ ລັດຖະກອນທົ່ວ ນວ ປະຈຳປີ 2019 ແຜນການຈັດຕັ້ງປະຕິບັດສຳລັບ ປີ 2020 ຮ່າງເບື້ອງຕົ້ນຂອງບົດລາຍງານການເມືອງ ແຜນກະກຽມບຸຄະລາກອນ ຂະບວນການ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ພິຈາລະນາຮັບຮອງເອົາບຸຄະລາກອນໃນຄະນະກວດກາພັກ ນວ ເປີດບັ້ນດຳເນີນຊີວິດການເມືອງພາຍໃນຂອງຄະນະບໍລິຫານງານພັກ ນວ ປະຈຳປີ 2019 ຜ່ານບົດສຳຫຼວດນຳພາລວມ ແບ່ງໜ່ວຍສຳຫຼວດ ດຳເນີນການສຳຫຼວດບຸກຄົນໃນແຕ່ລະໜ່ວຍ ສຳຫຼວດພາຍໃນຄະນະປະຈາພັກ ນວ ແລະ ລາຍງານຜົນດຳເນີນຊີວິດການເມືອງພາຍໃນຂອງຄະນະບໍລິຫານງານແພກ ນວ ປະຈຳປີ 2019 ແນໃສ່ເປັນການແລກປ່ຽນ ປະກອບຄຳຄິດຄຳເຫັນ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອພ້ອມກັນຊອກໃຫ້ໃຫ້ຈຸດອ່ອນຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດວຽກງານໃນໜ່ວຍພັກ ເຮັດໃຫ້ໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເປັນກ້າວໆ.