
ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບພະແນກອຸດສາຫະກຳ ນະຄອນຫຼວງວຽງຈັນ (ອຄ ນວ) ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດວຽກງານກວດກາການຄ້າປະຈຳປີ 2020 ຂຶ້ນວັນທີ 6 ມີນາ 2020 ທີ່ພະແນກ ອຄນວ ໂດຍເປັນປະທານຂອງທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ ມີທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ ນວ ບັນດາເຈົ້າໜ້າທີ່ກວດກາການຄ້າຂັ້ນກະຊວງ ແລະ ນວ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປືກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ ໂດຍສະເພາະການປະຕິບັດ 4 ເອກະສານກ່ຽວກັບການປະຕິບັດວຽກງານກວດກາການຄ້າເຊັ່ນ: ການນຳໃຊ້ເຄື່ອງແບບກາໝາຍແບບຟອມຂອງເຈົ້າໜ້າທີ່ ລວມທັງຂໍ້ຕົກລົງວ່າດ້ວຍການນຳໃຊ້ເງິນທີ່ໄດ້ຈາກການຫັກຄ່າສິ້ນເປືອງ ມາໝູນໃຊ້ເຂົ້າໃນວຽກງານບໍລິຫານ ພ້ອມນັ້ນ ຍັງໄດ້ແລກປ່ຽນບົດຮຽນໃນການລົງປະຕິບັດຕົວຈິງ ກ່ຽວກັບການເຜີຍແຜ່ເອກະສານທີ່ກ່ຽວຂ້ອງກັບວຽກງານ ກວດກາການຄ້າໃນທົ່ວປະເທດ ເປັນຕົ້ນການປະຕິບັດດຳລັດວ່າດ້ວຍການກວດກາການຄ້າ ຂໍ້ຕົກລົງວ່າດ້ວຍການປະຕິບັດວຽກງານກວດກາການຄ້າ ຂໍ້ຕົກລົງວ່າດ້ວຍເຄື່ອງແບບກາໝາຍແບບຟອມ ແລະ ບັດເຈົ້າໜ້າທີ່ກວດກາການຄ້າ ແລະ ຂໍ້ຕົກລົງວ່າດ້ວຍການນຳໃຊ້ເງິນທີ່ໄດ້ຈາກການຫັກຄ່າສິ້ນເປືອງ ເພື່ອໃຫ້ຂະແໜງການຄ້ານຳໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິຜົນ.
ຕອນທ້າຍ ທ່ານ ສົມຈິດ ອິນທະມິດ ຍັງໄດ້ໃຫ້ທິດຊີ້ນຳບາງວຽກທີ່ຈະຕ້ອງໄດ້ພ້ອມກັນ ເອົາໃຈໃສ່ປະຕິບັດຢ່າງຈິງຈັງ ໂດຍສະເພາະໃຫ້ເອົາໃຈໃສ່ໃນການລົງຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ຕາມດຳລັດ 474/ນຍ ໃນ ນວ ໃຫ້ເປັນປົກກະຕິ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຫຼີກລ່ຽງຫາງສຽງຈົ່ມວ່າຂອງປະຊາຊົນຕໍ່ລາຄາສິນຄ້າໃນສັງຄົມ ແລະ ສິ່ງຫຍໍ້ທໍ້ອື່ນໆ.