
ເມື່ອບໍ່ດົນມານີ້ທ່ານ ນາງ ອິນແປງ ຊາມຸນຕີ ປະທານບໍລິສັດສາລະວັນພັດທະນາຂາອອກ-ຂາເຂົ້າ ຈຳກັດ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງສາລະວັນ ປະທານສະມາຄົມມັນຕົ້ນລາວ ພ້ອມຄະນະ ໄດ້ນຳເອົາເງິນ ແລະ ອຸປະກອນຜ້າອັດປາກ ເຈວລ້າງມື ໄປມອບໃຫ້ພະແນກສາທາລະນະສຸກແຂວງສາລະວັນ ເພື່ອປະກອບສ່ວນ ແລະ ມີສ່ວນຮ່ວມໃນການຕ້ານພະຍາດໂຄວິດ-19.