ບໍລິສັດ ສະຕາໂທລະຄົມ ສາຂາແຂວງອັດຕະປື ໄດ້ມອບມູນຄ່າໂທ ພ້ອມດາຕາ ເພື່ອເພີ່ມເຂົ້າເບີໂທຈຳນວນ 25 ເບີ ເບີລະ 1.200.000 ກີບ ລວມມູນຄ່າທັງໝົດ 30 ລ້ານກີບ ໃຫ້ໂຮງໜໍແຂວງອັດຕະປື ເພື່ອປະກອບສ່ວນຊ່ວຍໂຮງໜໍແຂວງນຳໃຊ້ເຂົ້າໃນການສື່ສານ ແລະ ຊອກຄົ້ນຫາຂໍ້ມູນຕ່າງໆ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19 ພິທີມອບ-ຮັບເງິນດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 11 ເມສາ 2020 ທີ່ໂຮງໜໍແຂວງອັດຕະປື.

ໃຫ້ກຽດມອບໂດຍທ່ານ ຈັນທະວີໄຊ ທຳມະວົງ ອຳນວຍການບໍລິສັດ ສະຕາໂທລະຄົມ ສາຂາແຂວງອັດຕະປື ແລະ ກ່າວຮັບໂດຍທ່ານ ໜູພິດ ພອນສະຫັວນ ຮອງອຳນວຍໂຮງໜໍແຂວງອັດຕະປື ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວນີ້ ທ່ານ ໜູພິດ ພອນສະຫັວນ ໄດ້ຂື້ນແດງຄວາມຂອບໃຈມາຍັງບໍລິສັດ ສະຕາໂທລະຄົມ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ຊີວິດ ສຸຂະພາບຂອງແພດໜໍພາຍໃນໂຮງໜໍແຂວງອັດຕະປື ແລະ ຂອບໃຈມາຍັງບໍລິສັດ ທີ່ມອບເງີນປະກອບສ່ວນຊ່ວຍເຫຼືອໂຮງໜໍແຂວງປ້ອງກັນພະຍາດໂຄວິດ- 19 ໃນຄັ້ງນີ້ ເຊິ່ງຈະນຳໃຊ້ເຂົ້າໃນວຽກງານພາຍຂອງໂຮງໜໍໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.