ບໍລິສັດເພັດຖາວອນ ມອບອຸປະກອນການແພດປ້ອງກັນຕົນເອງຈາກພະຍາດ COVID-19 ໃຫ້ກັບເຈົ້າໜ້າທີ່

       ບໍລິສັດເພັດຖາວອນກໍ່ສ້າງເຄຫາ ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ເປັນບໍລິສັດໜຶ່ງທີ່ເຫັນໄດ້ເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ ກໍຄືຄະນະສະເພາະກິດຄວບຄຸມ ສະກັດກັ້ນ ເຝົ້າລະວັງ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກ (COVID-19).

      ໃນວັນທີ 11 ເມສາ 2020 ທ່ານນາງ ເພັດສະໝອນ ເພັງສະຫວັດ ປະທານບໍລິສັດເພັດຖາວອນກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ນໍາອຸປະກອນການແພດ ປະເພດຜ້າອັດປາກ-ອັດດັງ ຖົງມື ພ້ອມເງິນສົດ ລວມມູນຄ່າທັງໝົດ 7 ລ້ານກີບ ມອບໃຫ້ກັບເຈົ້າໜ້າທີ່ກໍາລັງປະຕິບັດໜ້າທີ່ຢູ່ຖະໜົນຫຼວງພະບາງ ຢູ່ຈຸດຕໍ່ໜ້າໂຮງຮຽນມັດທະຍົມຕອນຕົ້ນສີໄຄ ສໍານັກງານອົງການປົກຄອງເມືອງໄຊເຊດຖາ ແລະ ສູນກັກໂຕແຮງງານລາວທີ່ມາຈາກຕ່າງປະເທດຂອງເມືອງໄຊເຊດຖາ (ໂຮງຮຽນມັດທະຍົມສຶກສາສົມບູນນາຄວາຍ) ແນໃສ່ປະກອບສ່ວນຊຸກຍູ້ ທັງໃຫ້ກໍາລັງໃຈຕໍ່ເຈົ້າໜ້າທີ່ໄດ້ມີອຸປະກອນປ້ອງກັນຕົນເອງຈາກພະຍາດດັ່ງກ່າວ.

      ເຄື່ອງທີ່ມອບຢູ່ຖະໜົນຫຼວງພະບາງ ຈຸດຕໍ່ໜ້າໂຮງຮຽນມັດທະຍົມຕອນຕົ້ນສີໄຄ ປະກອບມີ ຜ້າອັດປາກ-ອັດດັງ 5 ກັບ ຖົງມື 5 ກັບ ແລະ ເງິນສົດ 1.000.000 ກີບ ຕາງໜ້າຮັບຂອງທ່ານ ບຸນເຖິງ ວັນນາມະຫາໄຊ ປະທານແນວລາວສ້າງຊາດ ຄະນະກໍາມະການສະເພາະກິດ ຕ້ານ ແລະ ສະກັດກັ້ນພະຍາດ COVID-19 ເມືອງສີໂຄດຕະບອງ ນວ ມີໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

     ສ່ວນຢູ່ສໍານັກງານປົກຄອງເມືອງສີໂຄດຕະບອງ ປະກອບມີ ຜ້າອັດປາກ-ອັດດັງ 10 ກັບ ຖົງມື 10 ກັບ ແລະ ເງິນສົດ 1.500.000 ກີບ ຕາງໜ້າຮັບຂອງທ່ານ ວິໄລສັກ ນາມມຸນຕີ ເຈົ້າເມືອງສີໂຄດຕະບອງ ມີພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ສະເພາະຢູ່ສູນກັກໂຕແຮງງານລາວທີ່ກັບຈາກຕ່າງປະເທດຂອງເມືອງໄຊເສດຖາ (ມັດທະຍົມສຶກສາສົມບູນນາຄວາຍ) ປະກອບມີ ຜ້າອັດປາກ-ອັດດັງ 30 ກັບ ຖົງມື 15 ກັບ ພ້ອມດ້ວຍເງິນສົດ 1.000.000 ກີບ ຕາງໜ້າຮັບຂອງທ່ານ ພຸດທະພອນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີພາກກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດນີ້ ທັງສາມຈຸດທີ່ໄດ້ຮັບເຄື່ອງຄັ້ງນີ້ກໍສະແດງຄວາມຂອບໃຈຕໍ່ບໍລິສັດເພັດຖາວອນກໍ່ສ້າງເຄຫາ-ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ທີ່ໄດ້ເປັນຫ່ວງເປັນໄຍ ເຫັນໄດ້ເຖິງຄວາມສໍາຄັນໃນການປະຕິບັດວຽກງານຂອງເຈົ້າໜ້າທີ່ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດ COVID-19 ພ້ອມນັ້ນ ຍັງຫວັງວ່າຈະໄດ້ຮັບການປະກອບສ່ວນຈາກພາກສ່ວນອື່ນຕື່ມອີກ.

error: Content is protected !!