ມວສ ແລະ NRRU ນຳສະເໜີຜົນງານການຄົ້ນຄວ້າດ້ານການແພດ

    ກອງປະຊຸມວິຊາການ ດ້ານການຄົ້ນຄວ້າວິທະຍາສາດ ລະຫວ່າງມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ແລະ ມະຫາວິທະຍາໄລລາຊະພັດ ນະຄອນລາດຊະສີມາ ຄັ້ງທີ 6 ຈັດຂຶ້ນວັນທີ 2 ເມສາ 2021 ທີ່ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ ມວສ ໂດຍມີທ່ານ ດຣ ບຸນຖົມ ຊາມູນຕຼີ ຮັກສາການອະທິການບໍດີ (ມວສ) ທ່ານ ຮສຈ ດຣ ອາດີສອນ ເນົາວະນາລາ ອະທິການບໍດີມະຫາວິທະຍາໄລລາຊະພັດ ນະຄອນລາດຊະສີມາ NRRU ປະເທດໄທ ພ້ອມດ້ວຍຄະນະບໍດີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍ ແລະ ແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງ 2 ມະຫາວິທະຍາໄລໃຫ້ມີປະສິດທິຜົນສູງຂຶ້ນເທື່ອລະກ້າວ ເປົ້າໝາຍເພື່ອສົ່ງເສີມໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ໃນຂົງເຂດສາທາລະນະສຸກ ທີ່ເຮັດການຄົ້ນຄ້ວາວິທະຍາສາດ ໄດ້ເຜີຍແຜ່ຜົນງານຈາກການຄົ້ນຄ້ວາທີ່ເປັນປະໂຫຍດ ຖືກຕາມຫຼັກຈັນຍາທໍາແພດ ແນໃສ່ນໍາໄປສູ່ການພັດທະນາຂົງເຂດສາທາລະນະສຸກ ເປີດໂອກາດສໍາລັບນັກວິຊາການ ນັກຄົ້ນຄວ້າ ຄູ-ອາຈານສອນ ແລະ ນັກສຶກສາ ມວສ ໄດ້ແລກປ່ຽນບົດຮຽນ ປະສົບການດ້ານວິຊາການຮ່ວມກັນຢ່າງໃກ້ຊິດກັບມະຫາວິທະຍາໄລລາຊະພັດ ແຕ່ເນື່ອງຈາກມີສະພາບການລະບາດຂອງພະຍາດ Covid-19 ຈຶ່ງເຮັດໃຫ້ການເດີນທາງເຂົ້າຮ່ວມງານຢູ່ປະເທດໄທບໍ່ໄດ້ ທັງ 2 ມະຫາວິທະຍາໄລຈຶ່ງຕົກລົງກັນຈັດກອງປະຊຸມວິຊາການຄັ້ງນີ້ຜ່ານທາງອອນລາຍ ໂດຍຈະມີການນໍາສະເໜີພາກພິເສດແບບປາກເປົ່າ ຜ່ານການອອນລາຍ.

    ໂດຍຜ່ານການນໍາສະເໜີພາກພິເສດແບບປາກເປົ່າ ກ່ຽວກັບການຄົ້ນຄວ້າຈໍານວນ 5 ບົດ ຈາກຄູສອນ ແລະ ນັກສຶກສາ ຂອງ ມວສ ສປປ ລາວ ແລະ NRRU ປະເທດໄທ ນອກຈາກນີ້ ພາຍໃນງານຍັງມີການວາງສະແດງຜົນການຄົ້ນຄວ້າແບບໂປສເຕີ ຈາກທາງມະຫາວິທະຍາໄລວິທະຍາສາດສຸຂະພາບ ຈໍານວນ 13 ບົດນຳອີກ.

                # ຂ່າວ & ພາບ:  ບຸນມີ

error: Content is protected !!