ກອງປະຊຸມການເຄື່ອໄຫວວຽກງານກຳມະບານປະຈຳໄຕມາດທີ I (ເດືອນ 1-3) ແລະ ທິດທາງແຜນການຈຸດສຸມປະຈຳໄຕມາດ II (4-6) ຂອງສະຫະພັນກຳມະບານນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 2 ເມສາ 2021 ທີ່ຫ້ອງວ່າການປົກຄອງ ນວ ເປັນປະທານຂອງທ່ານ ດາວເພັດ ອາລຸນ ປະທານສະຫະພັນກຳມະບານ ນວ ມິຮອງປະທານ ແລະ ສະມາຊິກກຳມະບານເຂົ້າຮ່ວມ.



ໄລຍະ 3 ເດືອນຜ່ານມາ ສະຫະພັນກຳມະບານ ນວ ໄດ້ຖືເອົາວຽກງານການສຶສາອົບຮົມການເມືອງແນວຄິດ ການເຊື່ອມມະຕິ ຄຳສັ່ງຕ່າງໆທີ່ຂັ້ນເທິງວາງອອກ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນການຫັນລົງຮາກຖານ ຊຸກຍູ້ສົ່ງເສີມພາກລັດ ແລະ ເອກະຊົນ ບັນດາຫົວໜ່ວຍແຮງງານຕ່າງໆ ຂະຫຍາຍຮາກຖານກຳມະບານເຂົ້າສູ່ໂຮງຈັກໂຮງງານ ຫົວໜ່ວບການຜະລິດ ພ້ອມກັນນັ້ນ ກໍໄດ້ຂະຫຍາຍ ແລະ ປັບປຸງການຈັດຕັ້ງ 9 ສະຫະພັນກຳມະບານ ຂະຫຍາຍການຈັດຕັ້ງກຳມະບານ 3 ແຫ່ງ ມີສະມາຊິກ 320 ຄົນ ເອົາໃຈໃສ່ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ໂດຍໄດ້ສ້າງແຜນການເຄື່ອນໄຫວ ພາລະບົດບາດ ສິດໜ້າທີ່ຂອງຕົນໃຫ້ໄດ້ຮັບຜົນສຳເລັດ.

ແຜນການຕໍ່ໜ້າ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຕິດຕາມມະຫາຊົນກ້າວໜ້າ ເພື່ອເຂົ້າເປັນສະມາຊິກກຳມະບານ ຂະຫຍາຍການຈັດຕັ້ງກຳມະບານເຂົ້າສູ່ຫົວໜ່ວຍທຸລະກິດ ເກັບກຳສະຖິຕິໃຫ້ມີຄວາມຊັດເຈນ ຈັດເຝິກອົບຮົມວຽກງານປົກປ້ອງທາງສັງຄົມໃຫ້ແກ່ພະນັກງານນອກລະບົບ ສ້າງສັນຍາ ແລະ ຕໍ່ສັນຍາລວມໝູ່ຢູ່ໜ່ວຍແຮງງານ ເກັບກຳສະຖິຕິຫົວໜ່ວຍແຮງງານ ແລະ ກຳມະກອນໃນໂຮງງານ ແລະ ອື່ນໆ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ