ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ເປີດໂຄງການເຝິກອົບຮົມການປະພັນເພງ “ບົດເພງກັບການຮຽນຮູ້ຕະຫຼອດຊີວິດ” ໃນວັນທີ 2 ເມສາ 2021 ຢູ່ສະຖາບັນຂົງຈື ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ ມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມນັກກະວີ ນັກປະພັນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ວິຊຽນ ທອງທະວີ ກ່າວວ່າ: ຈຸດປະສົງຂອງໂຄງການນີ້ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາເຂົ້າໃຈເຖິງບົດບາດຄວາມສຳຄັນຂອງບົດເພງທີ່ມີຕໍ່ການຮຽນພາສາລາວ-ວັນນະຄະດີ ແລະ ສັງຄົມລາວ ເພື່ອໃຫ້ຄູສືກສາ ມີອາຊີບການແຕ່ງເພງຫາລ້ຽງຊີບຕົນເອງໄດ້ ນອກຈາກອາຊີບຫຼັກ ແລະ ການສອນເພື່ອຄັດເລືອກເອົາບົດເພງດີເດັ່ນທີ່ກ່ຽວຂ້ອງກັບການຮຽນຮູ້ຕະຫຼອດຊີວິດ ແລະ ການສຶກສາຜູ້ໃຫຍ່ ເຊິ່ງໄລຍະເວລາຂອງການຈັດຕັ້ງປະຕິບັດ ແມ່ນໄດ້ແບ່ງອອກເປັນ 2 ຮອບຄື: ຮອບການຮຽນຮູ້ການປະພັນເພງ ຈັດຂຶ້ນວັນທີ 2 ເມສາ 2021 ແລະ ຮອບການສະແດງຜົນງານ ແລະ ການປະກາດຜົນລາງວັນ ໃນວັນທີ 2 ພຶດສະພາ 2021.

ພາຍຫຼັງສຳເລັດໂຄງການດັ່ງກ່າວ ຄາດວ່າບັນດາຄູ-ອາຈານ ແລະ ນັກສຶກສາ ຈະໄດ້ຮູ້ນັກປະພັນ ຮຽນຮູ້ທິດສະດີ ຮູ້ຫຼັກການ ຂະບວນການຂັ້ນຕອນການປະພັນເພງ ໂດຍຮັບການພັດທະນາການຮຽນ-ການສອນ ໂດຍການແຊກຊ້ອນເນື້ອໃນການຮຽນຮູ້ຕະຫຼອດຊີວິດ ເຂົ້າໃນລາຍວິຊາການປະພັນ ສັນທິສິນສາດ ກ້າວເຂົ້າສູ່ລະດັບພາກພື້ນ ແລະ ສາກົນ ສາມາດດຳເນີນການປະພັນເພງໄດ້ ແລະ ໃຊ້ບົດເພງປະກອບຫາລ້ຽງຊີບໄດ້ນອກຈາກອາຊີບຫຼັກ ແລະ ຈະໄດ້ບົດເພງທີ່ກ່ຽວຂ້ອງກັບການຮຽນຮູ້ຕະຫຼອດຊີວິດ ແລະ ການສຶກສາຜູ້ໃຫຍ່.

# ຂ່າວ & ພາບ: ຊິລິການດາ