ຫຼັກ​ສູດ​​ປັບ​ປຸງ​ໃໝ່ ວິ​ຊາ​ພະ​ລະ​ສຶກ​ສາຂັ້ນ ປ 3

    ການ​ພັດ​ທະ​ນາ​ຫຼັກ​ສູດ​ຂັ້ນ  ປ 3 ແມ່ນ​ສ່ວນ​ໜຶ່ງ​ໃນ​ການ​ພັດ​ທະ​ນາ​ຫຼັກ​ສູດ​ຂັ້ນ​ປະ​ຖົມແຫ່ງ​ຊາດ  ໄດ້ຮັບ​ການ​ຊີ້ນຳ​​ຂອງ​ກະ​ຊວງ​ສຶກ​ສາ​ທິ​ການ  ແລະ  ກີລາ  ​ໂດຍ​ການ​ສະ​ໜັບ​ສະ​ໜູນ​ທຶນ​ຈາກລັດ​ຖະ​ບານ​ອົ​ດສ​ະຕຣາ​ລີ ແລະ ສະ​ຫະ​ພາບ​ເອີ​ຣົບ ໃນ​ຫຼັກ​ສູດ​ສະ​ບັບ​ປັບ​ປຸງ​ໃໝ່​ນີ້ ​ແມ່ນ​ເນັ້ນ​ໜັກ​ໃສ່​ການ​ພັດ​ທະ​ນາ​ທັກ​ສະ​ການ​ຄິດ​ວິ​ເຄາະ​ຢ່າງມີ​ເຫດມີ​ຜົນ​ ເຊິ່ງ​ເປັນ​ທັກ​ສະ​ທີ່​ຈຳ​ເປັນ​ຫຼາຍ​ໃນ​ຍຸກ​ນີ້ ພ້ອມ​ກັນ​ນີ້ ຍັງ​ເປັນ​ການ​ກະ​ຕຸກ​ຍຸກ​ຊູ້​ໃຫ້​ນັກ​ຮຽນ​ຢາກມີ​ສ່ວນ​ຮ່ວມ​ຢ່າງ​ແຂ່ງ​ຂັນ ​ເຂົ້າ​ໃນ​ການ​ເຮັດ​ກິດ​ຈະ​ກຳ​ໃນ​ຫົວ​ຂໍ້​ຕ່າງໆ ຮຽນ​ຮູ້​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ ການ​ສົນ​ທະ​ນາ​ກ່ຽວ​ກັບ​ຫົວ​ຂໍ້​ການ​ຮຽນ ​ຮຽນ​ວິ​ເຄາະ​ບັນ​ຫາ ແລະ ຊອກ​ຫາ​ແນວ​ທາງ​ແກ້​ໄຂ​ ຫຼັກສູດນີ້ແມ່ນນັກຂຽນ​ຫຼັກ​ສູດ​ຊັ້ນ​ປະ​ຖົມ ຈາກສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ການ​ສຶກ​ສາ ກະຊວງສຶກສາທິການ ແລະ ກີລາ.

    ຈາກ​ການ​ຄົ້ນ​ຄວ້າ ​ສະ​ແດງ​ໃຫ້​ຮູ້​ວ່າ ການ​ເຝິກ​ໂຍ​ຄະ​ຈະ​ຊ່ວຍ​ໃຫ້​ນັກ​ຮຽນ​ຊັ້ນ​ປະ​ຖົມ​ສຶກ​ສາ​ເສີມ​ສ້າງ​​ສະມາ​ທິ ​ພັດ​ທະ​ນາຄວາມ​ຈື່​ຈຳ ຊ່ວຍ​ເພີ່ມ​ຄວາມ​ໝັ້ນ​ໃຈ ສົ່ງ​ຜົນ​ດີ​ຕໍ່​ການ​ຮຽ​ນ ແລະ ​ພຶດ​ຕິ​ກຳ​ໃນ​ຫ້ອງຮຽນ​​​ ນອກ​ນີ້ ການ​ຫຼິ້ນໂຍ​ຄະຍັງ​ຊ່ວຍ​ໃຫ້​ມີ​ຮ່າງ​ກາຍ​ແຂງ​ແຮງ ສ້າງ​ຄວາມ​ສົມ​ດຸນ ​ຊ່ວຍ​ໃນ​ເລື່ອງ​ຄວາມຢືດ​ຫົດຂອງ​ຮ່​າງ​ກາຍ ນັກ​ກິ​ລາ​ອາ​ຊີບ​ໃນ​ທົ່ວໂລກ ເ​ຝິກ​ຝົນ​ໂຍ​ຄະ​ເພື່ອ​ຊ່ວຍພັດ​ທະ​ນາສະ​ມາ​ທິ ​ແລະ ຫຼີກ​ລ່ຽງ​ອາ​ການ​ບາດ​ເຈັບ​ຂອງ​ກ້າມ​ເນື້ອ​ເວ​ລາ​ເຮັດ​ກິດ​ຈະ​ກຳ​ກາງ​ແຈ້ງ ​ໃຊ້​ສຳ​ລັບ​ກຽມ​ພ້ອມ​ຮ່າງ​ກາຍ ແລະ ຢືດ​ກ້າມ​ເນື້ອ​ຫຼັງ​ຈາກ​ການ​ແຂ່ງ​ຂັນ​ກກີລາ ຫຼັກ​ສູດ​ການ​ຮຽນ​ໂຍ​ຄະ​ສຳ​ລັບ​ນັກ​ຮຽນ​ຂັ້ນ ປ 3 ນີ້ ຊ່ວຍ​ເສີມ​ສ້າງການ​ເຄື່ອນ​ໄຫວ​ແບບ​ພື້​ນ​ຖານ​ໃຫ້​ຄ່ອງ​ແຄ້ວ ແລະ ວ່ອງ​ໄວ​ຂຶ້ນ.

    ຫຼັກ​ສູດ​ຊັ້ນ​ປະ​ຖົມ​ສຶກ​ສາສະ​ບັບ​ປັບ​ປຸງ​ໃໝ່ ໄດ້​ນຳ​ເອົາໂຍ​ຄະ ເຂົ້າ​ສອນໃນວິ​ຊາ​ພະ​ລະ​ສຶກ​ສາ ຂັ້ນ ປ 3 ໂດຍຈະ​ເລີ່ມ​ນຳ​ໃຊ້​ພ້ອມ​ກັນ​ທົ່ວ​ປະ​ເທດ​​ໃນ​ປີ 2021 ເຊິ່ງການ​ສອນ​ໂຍ​ຄະ​ແມ່ນ​ມີ​ຄຸນ​ປະ​ໂຫຍດ​ຫຼາຍ​ດ້ານ ຊ່ວຍ​ເສີມ​ສ້າງ​ພັດ​ທະ​ນາ​ການ​ຂອ​ງ​ເດັກ​ນ້ອຍ ຊ່ວຍ​ພັດ​ທະ​ນາ​ກາ​ຍະ​ພາບ ແລະ ​ສົ່ງ​ຜົນ​ດີ​ຕໍ່ການ​ຮຽນ.

error: Content is protected !!