ມອບຮັບໜ້າທີ່ລະຫວ່າງຄະນະ​ປະຈຳ​ສະພາແຫ່ງຊາດ

    ພິທີມອບຮັບໜ້າທີ່ລະຫວ່າງທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານສະພາແຫ່ງຊາດ ຊຸດທີ VIII ​ແລະ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX ​ແລະ ລະຫວ່າງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ຊຸດ​ທີ IX ຈັດ​ຂຶ້ນ​ວັນ​ທີ 2 ​ເມສາ 2021 ທີ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນຫຼວງ​ວຽງ​ຈັນ ມີ​ປະທານ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ບັນດາຫົວໜ້າ​ກຳ​ມາ​ທິການ ​ແລະ ​ເລຂາທິການ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ແລະ ຊຸດ​ທີ IX ​ເຂົ້າ​ຮ່ວມ.

    ​ໂອກາດ​​ນີ້ ​ທ່ານນາງ ສີ​ໃສ ລື​ເດດ​ມູນ​ສອນ ຕາງໜ້າ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໂດຍ​ສັງ​ເຂ​ບ ​ເຫັນ​ວ່າ​ຕະຫຼອດ​ໄລຍະ 5 ປີຜ່ານມາ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໄດ້​ປະຕິບັດ​ໜ້າ​ທີ່ຂອງ​ຕົນ​ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ​ແລະ ຍັງ​ມີ​ບາງ​ດ້ານຄົງ​ຄ້າງ​ຈຳນວນ​ໜຶ່ງ ​ທີ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ຕ້ອງ​ໄດ້​ສືບ​ຕໍ່​ປັບປຸງ​ແກ້​ໄຂ​ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ມີ​ຜົນສຳ​ເລັດ​ເປັນ​ກ້າວໆ ​ເປັນ​ຕົ້ນ ​ສືບ​ຕໍ່​ຊຸກຍູ້​ລັດຖະບານ​ປະຕິບັດ​ກົດໝາຍ​ທີ່​ດິນ ​ເພື່ອ​ເຮັດ​ໃຫ້ການ​ຈັດ​ເກັບ​ລາຍ​ຮັບ​ຈາກ​ທີ່​ດິນ​ໃຫ້​ໄດ້​ຫຼາຍ​ຂຶ້ນ ການ​ຄຸ້ມ​ຄອງ​ທີ່​ດິນ ການ​ນະ​ໂຍບາຍ​ທີ່​ດິນ​ໃຫ້ພະນັກງານປະຕິວັດ​ທີ່​ມີ​ຜົນງານ ດິນ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ແລະ ອື່ນໆ ກວດກາ​ບັນດາ​ກົດໝາຍ​ທີ່​​ໄດ້​ປັບປຸງ​ໄປ​ແລ້ວ​ນັ້ນ 50 ກວ່າ​ສະບັບ ​ໃຫ້​ສະພາ​ເປັນ​ຕົວ​ຫຼັກ​ໃນ​ການ​ຕິດຕາມ​ກວດກາ​ຜົນ​ການກວດ​ສອບ​ບັນດາ​ໂຄງການ​ຕ່າງໆ ສືບ​ຕໍ່​ຊຸກຍູ້ ​ແລະ ຕິດຕາມ​ໂຄງການກໍ່ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ທີ່​ຍັງ​ບໍ່​ທັນ​ສຳ​ເລັ​ດ ​ໃຫ້​ສຳ​ເລັດ​ເດືອນ​ກໍລະກົດ 2021 ສືບ​ຕໍ່​ຊີ້​ນຳ​ສະພາ​ທ້ອງ​ຖິ່ນ​ ໂດຍ​ຈັດ​ເຝິກອົບຮົມ​ແຕ່​ລະ​ດ້ານ​ໃຫ້​ເຂົາ​ເຈົ້າ ​ເພື່ອ​ຍົກ​ສູງ​ຂີດ​ຄວາມ​ສາມາດ​ຂອງ ສສຂ ​ຊຸກຍູ້ໂຄງການ​ກໍ່ສ້າງ​ຕຶກ​ສະພາ​ທ້ອງ​ຖິ່ນທີ່​ຍັງ​ບໍ່​ທັນ​ສຳ​ເລັດ ພ້ອມ​ນີ້ ​​ເພື່ອ​ເຮັດ​ໃຫ້​ວຽກງານ​ສະພາ​ໄປ​ໄດ້​ດີ ຕ້ອງ​ເອົາ​ໃຈ​ໃສ່​ປະສານກັບ​ບັນດາ​ກຳມາ​ທິການ ​ເພາະ​ທຸກ​ວຽກງານ​ໄດ້​ພົວພັນ​ກັບ​ບັນດາ​ກະຊວງ ອົງການ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

    ​ໂອກາດ​ນີ້ ທ່ານ ​ໄຊ​ສົມ​ພອນ ພົມວິຫານ ຕາງໜ້າ​ໃຫ້ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ໄດ້​ກ່າວຮັບ​ເອົາ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປະຕິບັດ​ໃນ​ຕໍ່​ໜ້າ​ໃຫ້​ມີ​ຜົນສຳ​ເລັດ​ເປັນ​ກ້າວໆ.    

​                              # ຂ່າວ & ພາບ:  ສົມສະຫວັນ

error: Content is protected !!