ພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສາທາລະນະສຸກ ລະຫວ່າງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ຈັດຂຶ້ນວັນທີ 1 ເມສາ 2021 ຢູ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຫົວໜ້າກົມ ຫ້ອງການ ມະຫາວິທະຍາໄລ ໂຮງໝໍ ສະຖາບັນ ສູນອ້ອມຂ້າງກະຊວງ ແລະ ຕາງໜ້າຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.


ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານບຳນານຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງສາທາລະນະສຸກ ຈາກນັ້ນ ທັງສອງທ່ານກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງລັດຖະມົນຕີຜູ້ເກົ່າ ທ່ານ ບຸນກອງ ສີຫາວົງ ແລະ ລັດຖະມົນຕີຜູ້ໃໝ່ ທ່ານ ບຸນແຝງ ພູມມະໄລສິດ.


ໂອກາດດຽວກັນນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ທ່ານລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ ສະມາຊິກ ແລະ ພະນັກງານຫຼັກແຫຼ່ງທົ່ວກະຊວງສາທາລະນະສຸກ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້: ໃຫ້ບັນດາສະຫາຍການນຳທຸກຂັ້ນ ຕ້ອງເປັນເອກະພາບສູງນຳຂັ້ນເທິງ ບົນພື້ນຖານນັ້ນ ໃຫ້ບັນດາສະຫາຍເປັນເຈົ້າການເຮັດວຽກງານສຶກສາອົບຮົມ ນຳພາແນວຄິດຂອງພະນັກງານ ສະມາຊິກພັກ ພະນັກງານຫຼັກແຫຼ່ງທົ່ວກະຊວງສາທາລະນະສຸກ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ກ່ຽວກັບປ່ຽນແປງດັ່ງກ່າວ ຕ້ອງເດັດດ່ຽວສະກັດກັ້ນບໍ່ໃຫ້ມີການສວຍໂ¬ກາດ ເພື່ອໃສ່ຮ້າຍປ້າຍສີທັບຖົມ ໂຈມຕີກັນໃນທາງບໍ່ດີ ອັນໃດເປັນຜົນສຳເລັດທີ່ພວກສະຫາຍພ້ອມກັນຍາດມາໄດ້ ໃນການນຳພາຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ຍ້ອງຍໍ ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂື້ນເລື້ອຍໆ ອັນໃດຍັງອ່ອນ ແລະ ຄົງຄ້າງ ບັນດາສະຫາຍຕ້ອງພ້ອມກັນເດັດດ່ຽວດັດແປງ ແກ້ໄຂໃຫ້ຕົກໄປ ເພື່ອພ້ອມກັນສືບຕໍ່ ນຳພາພະນັກງານ ແລະ ສະມາຊິກພັກ ໃນຄວາມຮັບຜິດຊອບຂອງກະຊວງ ຕັ້ງໜ້າແຂ່ງຂັນກັນສ້າງຂະບວນການດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ກໍຄືແຜນພັດທະນາຂະແໜງການຂອງພວກສະຫາຍໃຫ້ປkກົດຜົນເປັນຈີງ.
# ຂ່າວ & ພາບ: ຊິລິການດາ