ມອບ-ຮັບ ເລຂາຄະນະພັກ ແລະ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

    ພິທີມອບ-ຮັບໜ້າທີ່ ລະຫວ່າງທ່ານ ຄຳມະນິ ອິນທິລາດ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ) ແລະ ທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່) ໄດ້ຈັດຂຶ້ນວັນທີ 2 ເມສາ 2021 ຢູ່ກະຊວງດັ່ງກ່າວ ໂດຍມີທ່ານ ສອນໄຊ  ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຂກຖືກເຊີນ ພ້ອມສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມ

    ທ່ານນາງ ວົງຄຳ ສຸທໍາມະວົງ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຫົວໜ້າກົມໂຄສະນາກໍ່ສ້າງພັກ ແລະ ພະນັກງານ ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 121/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອຸດໜູນບຳນານ ລັດຖະດຳລັດຂອງປະທານປະເທດເລກທີ 141/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມະຕິຕົກລົງຂອງກົມການເມືອງສູນກາງພັກ ເລກທີ 23/ກມສພ ລົງວັນທີ 24/3/2021 ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ກະຊວງພະລັງງານ ແລະ ບໍ່ແຮ່.

    ທ່ານ ຄຳມະນິ ອິນທິລາດ ກ່າວວ່າ: ຜ່ານການດໍາລົງຕໍາແໜ່ງ ແລະ ເຮັດໜ້າທີ່ອັນມີກຽດ ໃນຖານະເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃນຕະຫຼອດໄລຍະເວລາ 5 ປີ 10 ເດືອນທີ່ຜ່ານມາ ​ຂ້າພະເຈົ້າໄດ້ທຸ່ມເທສະຕິປັນຍາ ຄວາມຮູ້ຄວາມສາມາດ ພ້ອມກັບໝູ່ຄະນະນຳກະຊວງ ຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມຕັ້ງໜ້າ ແລະ ມີຜົນສຳເລັດທີ່ມີລັກສະນະໜັກແໜ້ນ ແລະ ພົ້ນເດັ່ນຫຼາຍປະການ ເຊິ່ງອັນທີ່ເປັນພື້ນຖານແມ່ນ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ນໍາພາ ຄຸ້ມຄອງຂະແໜງ ການຂອງຕົນຖືກຕ້ອງ ແລະ ຄົບຖ້ວນຕາມພາລະບົດບາດ ໜ້າທີ່ ຂອບເຂດສິດ ແລະ ຄວາມ​ຮັບຜິດຊອບຂອງລັດຖະມົນຕີ ໃນຖານະສະມາຊິກລັດຖະບານ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມາດຕາ 27 ແລະ ມາດຕາ 28 ຂອງກົດໝາຍວ່າດ້ວຍລັດຖະບານ ທັງສອດຄ່ອງກັບແນວທາງ ແຜນນະໂຍບາຍ ມະຕິ ຄໍາສັ່ງຂອງພັກ ລັດຖະທໍາມະນູນ ແລະ ກົດໝາຍອື່ນໆຂອງລັດ ທັດສະນະ ແລະ ການຊີ້ນໍາ ມອບໝາຍຂອງຂັ້ນເທິງ ທັງສອດຄ່ອງກັບສະພາບ ຈຸດພິເສດ ເງື່ອນໄຂ ແລະ ຄວາມສາມາດຕົວຈິງທາງດ້ານການຈັດຕັ້ງ ບຸຄະລາກອນ ພື້ນຖານວັດຖຸ-ເຕັກນິກ ແລະ ດ້ານອື່ນໆພາຍໃນຂະແໜງການທີ່ຕົນເອງຮັບຜິດຊອບ.

    ທ່ານ ສອນໄຊ ສີພັນດອນໃຫ້ກຽດໂອ້ລົມວ່າ: ໃນເງື່ອນໄຂຂອງການພັດທະນາ ແລະ ການເລັ່ງທວງຂອງສະພາບການໃໝ່ນີ້ ໃຫ້ສະຫາຍເລຂາຄະນະບໍລິງານງານພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຜູ້ໃໝ່ ແລະ ບັນດາສະຫາຍໃນຄະນະ ໃຫ້ສືບຕໍ່ກຳແໜ້ນສະພາບການຂອງໂລກ ພາກພື້ນ ກຳໃຫ້ລະອຽດ ຊັດເຈນ ລວມທັງສະພາບພາຍໃນປະເທດ ໂດຍສະເພາະແມ່ນຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ເພີ່ມທະວີເອົາໃຈໃສ່ວຽກງານການເມືອງແນວຄິດໃຫ້ແຂງແຮງ ຄະນະພັກທຸກຂັ້ນ ຖືເປັນຄວາມຮັບຜິດຊອບຂອງຕົນ ໃຫ້ຮີບຮ້ອນກຳນົດທິດທາງແຜນການ-ການນຳພາຂອງອົງຄະນະພັກຕົນ ສົມທົບແໜ້ນກັບເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍຫັນເປັນແຜນລະອຽດຂອງ ຄະແໜງການ ແລ້ວນຳໄປຈັດຕັ້ງເຊື່ອມຊຶມ ແລະ ຄົ້ນຄວ້າຜັນຂະຫຍາຍໃຫ້ແກ່ສະມາຊິກພັກ ພະນັກງານ-ລັດຖະກອນໃນ ທົ່ວຂະແໜງການຂອງຕົນ ໄດ້ຮັບຮູ້ ເຊື່ອມຊຶມໃຫ້ເລິກເຊິ່ງ ທົ່ວເຖິງ ເອົາໃຈໃສ່ວຽກງານການສ້າງ ແລະ ປັບປຸງການຈັດຕັ້ງພັກໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານການຈັດຕັ້ງ ຕ້ອງເອົາໃຈໃສ່ປັບປຸງຊຸກຍູ້ອົງການຈັດຕັ້ງມະຫາ ຊົນໃຫ້ໜັກແໜ້ນເຂັ້ມແຂງ ນຳພາການພັດທະນາຂະແໜງການ ວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສົ່ງເສີມການນຳໃຊ້ແຮ່ທາດ ນໍ້າ ແລະ ຊັບພະຍາກອນດ້ານອື່ນໆ ໄປພ້ອມໆກັບການປົກປັກຮັກສາຕາມທິດຮັບປະກັນປະສິດທິພາບທີ່ຍາວນານ ຢືນຍົງ ແລະ ມີໝາກຜົນໃນລະດັບສູງ ຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ເຮັດໃຫ້ພົນລະເມືອງລາວມີສ່ວນຮ່ວມ ເພື່ອດຳລົງຊີວິດ ສ້າງທີ່ຢູ່ອາໄສ ແລະ ການຜະລິດຕາມກົດໝາຍ ປະກອບສ່ວນໃນການສ້າງບາດກ້າວບຸກທະລຸດ້ານການແກ້ໄຂຄວາມທຸກຍາກຂອງປະຊາຊົນ ນຳເອົາປະເທດຊາດເຮົາອອກຈາກຄວາມດ້ອຍພັດທະນາ ສ້າງຄວາມກຽມພ້ອມໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດທີ່ຈະເກີດຂຶ້ນ.

​                                  # ຂ່າວ & ພາບ:  ສີພອນ

error: Content is protected !!