
ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງໄຊເສດຖາ ໃຫ້ຮູ້ວ່າ: ເມືອງໄຊເສດຖາໄດ້ກຳນົດເອົາໂຮງຮຽນມັດທະຍົມສຶກສາສົມບູນເປັນບ່ອນກັກໂຕແຮງງານລາວທີ່ມາຈາກຕ່າງປະເທດ ເຊິ່ງທົ່ວເມືອງມີແຮງງານທີ່ມາກັກໂຕຢູ່ສູນດັ່ງກ່າວທັງໝົດ 56 ຄົນ ໃນນີ້ໄດ້ແຍກໃຫ້ຢູ່ຫ້ອງລະ 3-5 ຄົນ ພ້ອມທັງເນັ້ນໄລຍະຫ່າງ 2-3 ແມັດ ນອກນີ້ຍັງໄດ້ແຍກລະຫວ່າງຜູ້ມາກ່ອນ ແລະ ຫຼັງ ເພື່ອສະດວກໃນການຕິດຕາມ ມາຮອດວັນທີ 10 ເມສາ ໄດ້ເຮັດໃບຢັ້ງຢືນປົດປ່ອຍອອກໄປແລ້ວ 10 ຄົນ ວັນທີ 11ເມສາ ໄດ້ເຮັດໃບປົດປ່ອຍໃຫ້ຕື່ມອີກ 14 ຄົນ ລວມທັງໝົດ24 ຄົນ ໃນການປົດປ່ອຍດັ່ງກ່າວ ແມ່ນທີມແພດໝໍໄດ້ແນະນໍາໃຫ້ສືບຕໍ່ຕິດຕາມສຸຂະພາບຕົນເອງຢູ່ເຮືອນຢ່າງເປັນປົກກະຕິ ສ່ວນທີເຫຼືອ 32 ຄົນ ແມ່ນຍັງຕ້ອງໄດ້ດໍາເນີນກັກໂຕອີກຕໍ່ໄປຈົນກວ່າຈະຄົບກໍານົດ 14 ວັນ.

ທ່ານ ນາງ ຄອນ ບ້ານໂນນຄໍ້ ເມືອງໄຊເຊດຖາ ໃຫ້ສໍາພາດວ່າ: ນັບແຕ່ວັນທີ 28 ມີນາ 2020 ຕົນໄດ້ຂ້າມມາຈາກປະເທດເພື່ອນບ້ານ ໂດຍມີລົດກຳລັງປ້ອງກັນຊາດໄປຮັບຕົນເອງຢູ່ທີ່ສົ້ນຂົວ ເພື່ອນໍາມາກັກໂຕທີ່ສູນໂຮງຮຽນມັດທະຍົມສຶກສາສົມບູນນາຄວາຍ ຜ່ານການໃຊ້ຊີວິດໃນສູນ ເຫັນວ່າໄດ້ຮັບການເບິ່ງແຍງຈາກຂັ້ນເທິງເປັນຢ່າງດີ ແລະ ໝູ່ທີ່ມາກັກໂຕນໍາກັນແມ່ນບໍ່ລັງກຽດ ມາຮອດວັນທີ 11 ເມສາ ພໍດີ 15 ມື້ ທາງແພດໝໍໄດ້ອອກໃບຢັ້ງຢືນສຸຂະພາບໃຫ້ ມີຄວາມຮູ້ສຶກດີໃຈທີ່ໄດ້ກັບໄປຫາຄອບຄົວ ແຕ່ຕົນເອງຍັງຈະຕ້ອງສືບຕໍ່ຕິດຕາມສຸຂະພາບໃຫ້ຄົບ 21 ມື້ຕື່ມອີກ.
