ບັນຫາດ້ານງົບປະມານ ເປັນສິ່ງທ້າທາຍຕໍ່ວຽກງານການແກ້ໄຂລະເບີດບໍ່ທັນແຕກຢູ່ລາວ

    ຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ໄດ້ສົມທົບກັບອໍານາດການປົກຄອງແຂວງຊຽງຂວາງ ພ້ອມກັນນຳພາ ແລະ ອຳນວຍຄວາມສະດວກການຢ້ຽມຢາມແຂວງຊຽງຂວາງ ຂອງຄູ່ຮ່ວມພັດທະນາຢ່າງເປັນທາງການ ໃນວັນທີ 31 ມີນາ – 1 ເມສາ 2021 ຈຸດປະສົງຂອງການຢ້ຽມຢາມດັ່ງກ່າວ ແມ່ນແນໃສ່ໃຫ້ປະເທດຄູ່ຮ່ວມພັດທະນາຮັບຮູ້ ແລະ ເຂົ້າໃຈສະພາບບັນຫາການຕົກຄ້າງຂອງລະເບີດຢູ່ທ້ອງຖິ່ນ ແນໃສ່ເປັນການຕິດຕາມປະສິດທິຜົນຂອງການແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ເປັນຊ່ອງທາງແກ່ການເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫຼືອເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ  ໃຫ້ຫຼາຍຂຶ້ນຕື່ມ  ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ  ເປົ້າໝາຍພັດທະນາແບບຍືນຍົງທີ 18 ແລະ ແຜນການລຶບລ້າງຄວາມທຸກຍາກ.

    ໃນໂອກາດເດີນທາງມາຢ້ຽມຢາມໃນຄັ້ງນີ້ ບັນດາຄະນະຜູ້ແທນດັ່ງກ່າວໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແຜນວຽກງານແກ້ໄຂລະເບີດບໍ່ທັນແຕກ ແລະ ຕົກຄ້າງຢູ່ ສປປ ລາວ ແລະ ປະເມີນຄືນ ການລົງພາກສະໜາມຕົວຈິງ ຈັດຂຶ້ນໃນວັນທີ 1 ເມສາ 2021 ທີ່ໂຮງແຮມ ອານຸລັກແຄນລາວ ໂດຍການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ທັງເປັນຮອງປະທານຜູ້ປະຈຳການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແລະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຊວາງ ປະທານຄະນະກຳມະການເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກແຂວງຊຽງຂວາງ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ສປປ ລາວ ເປັນປະເທດໜຶ່ງໃນໂລກ ທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ລວມທັງລະເບີດລູກຫວ່ານ ເຊິ່ງຢັ່ງຢາຍໄປທົ່ວທຸກແຂວງ ຖ້າທຽບໃສ່ຈໍານວນປະຊາກອນ ໃນໄລຍະສົງຄາມແຕ່ປີ 1964-1973 ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ເປັນວຽກບູລິມະສິດຂອງລັດຖະບານ ເນື່ອງຈາກເປັນອຸປະສັກ ແລະ ເປັນສິ່ງກີດຂວາງອັນໃຫຍ່ຫຼວງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ສະນັ້ນ ລັດຖະບານຈຶ່ງຖືເປັນບັນຫາຕົ້ນຕໍ ແລະ ສໍາຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຢືນຍົງ 2030 ໂດຍສະເພາະ ແມ່ນເປົ້າໝາຍທີ 18 ກ່ຽວກັບການດໍາລົງຊີວິດທີ່ປອດໄພຈາກລະເບີດລບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ.

       ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ກ່າວວ່າ: ບັນຫາລະເບີດບໍ່ທັນແຕກ ແລະ ຕົກຄ້າງຢູ່ ສປປ ລາວ ເປັນສິ່ງຂີດຂວາງອັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະແມ່ນແຂວງຊຽງຂວາງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບໜັກ ແລະ ປະຊາຊົນດຳລົງຊີວິດຢູ່ກັບລູກລະເບີດ ນັບແຕ່ປີ 2010-2020 ສາມາດກວດກູ້ລູກບົ່ມຈໍານວນ 288 ລູກ ລູກຫວ່ານ 116.917 ໜ່ວຍ ລະເບີດຝັງດິນ 56 ໜ່ວຍ ແລະ ລະເບີດອື່ນໆ 67.933 ໜ່ວຍ ເກີດອຸບັດເຫດ 219 ຄັ້ງ ໂດຍມີຜູ້ຖືກເຄາະຮ້າຍ 307 ຄົນ ສຳລັບຢູ່ເມືອງແປກ ສາມາດກວດກູ້ລູກບົ່ມຈໍານວນ 62 ໜ່ວຍ  ລູກຫວ່ານ 156.518 ໜ່ວຍ  ລະເບີດຝັງດິນ 19 ໜ່ວຍ ແລະ ລະເບີດອື່ນໆ 33.900 ໜ່ວຍ ເຊິ່ງແຂວງນີ້ກໍໄດ້ຮັບການສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຈາກອົງການຈັດຕັ້ງສາກົນ ແລະ ສອງຝ່າຍ ເຊິ່ງທຶນນີ້ ເປັນທຶນທີ່ສຳຄັນໃນການແກ້ໄຂບັນຫາດັ່ງກ່າວ ເຊິ່ງສົ່ງຜົນໃຫ້ປະຊາຊົນຈຳນວນໜຶ່ງທີ່ຮັບການກວດກູ້ລູກລະເບີດອອກເຂດທີ່ຢູ່ອາໄສ ແລະ ເຂດທຳມາຫາກິນ ໄດ້ກັບມາດຳລົງຊີວິດ ແລະ ທຳມາຫາກິນໄດ້ຢ່າງປອດໄພ ສະແດງໃຫ້ເຫັນຄວາມຄືບໜ້າໃນການເກັບກູ້ລະເບີດແມ່ນມີປະສິດທິຜົນສູງ ແຕ່ເຖິງແນວໃດກໍຕາມ ອີງຕາມແຜນຍຸດທະສາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ກໍຄືການສະໜັບສະໜູນການຈັດຕັ້ງປະຕິບັດເປົ້າໝາຍແບບຍືນຍົງ ໄດ້ກຳນົດວາງແຜນເກັບກູ້ລະເບີດທົ່ວປະເທດໃຫ້ໄດ້ 10 ພັນເຮັກຕາຕໍ່ປີ ແຕ່ກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ບັນລຸຕາມເປົ້າໝາຍ ເຊິ່ງໃນຄວາມເປັນຈິງສາມາດເກັບກູ້ລະເບີດໄດ້ປະມານ 8 ພັນເຮັກຕາຕໍ່ປີ ການທີ່ບໍ່ສາມາດບັນລຸໄດ້ນັ້ນ ກໍຍ້ອນທຶນຍັງມີຈຳນວນຈຳກັດ ແລະ ຍັງບໍ່ສາມາດນຳໃຊ້ເຕັກນິກ ກໍຄືເຄື່ອງກວດທີ່ທັນສະໄໝໄດ້ຢ່າງພຽງພໍ ເພາະ ສປປ ລາວມີຈຸດພິເສດໃນການກວດກູ້ລະເບີດທີ່ທ້າທາຍ ເຊິ່ງມີລະເບີດບໍ່ທັນແຕກສ່ວນໜຶ່ງຢັ່ງຢາຍຢູ່ຕາມພູຜາ ລຳນໍ້າ ຄຽງຄູ່ກັນນັ້ນ ກໍໄດ້ຕົກຄ້າງຢູ່ຫຼາຍປີ ເກີດການເຊາະໄຫຼ ເຮັດໃຫ້ການເກັບກູ້ລະເບີດມີຄວາມຫຍຸ້ງຍາກ ຈຶ່ງສົ່ງຜົນໃຫ້ການເກັບກູ້ລະເບີດບໍ່ສາມາດບັນລຸໄດ້ຕາມແຜນການ.

    ໃນມື້ດຽວກັນ ຄະນະໄດ້ລົງຢ້ຽມຢາມສະໜາມກວດກູ້ ແລະ ທໍາລາຍລະເບີດ ບ້ານລາດບວກ ເມືອງແປກ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ແຂວງຊຽງຂວາງ ແລະ ຄະນະໄດ້ຊົມການທຳລາຍລະເບີດ ຫຼັງຈາກນັ້ນ ໄດ້ສືບຕໍ່ຢ້ຽມຢາມການຈັດຕັ້ງປະຕິບັດວຽກງານໂຄສະນາສຶກສາຄວາມສ່ຽງຈາກ ລບຕ ທີ່ໂຮງຮຽນປະຖົມບ້ານດັ່ງກ່າວ  ແລະ ພົບປະກັບຜູ້ຖືກເຄາະຮ້າຍຈາກລະເບີດ ພາຍຫຼັງການຢ້ຽມຢາມສະໜາມ ທາງຄະນະໄດ້ຢ້ຽມຊົມ ພາຍຫຼັງການຢ້ຽມຢາມ ຄະນະໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບຜົນສຳເລັດຂອງການຢ້ຽມຢາມໃນຄັ້ງນີ້ .

# ຂ່າວ & ພາບ:  ເພັດສະໝອນ

error: Content is protected !!