ທ່ານນາງ ອາລິສາ ສຸກສົມບູນ ຕາງໜ້າບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ນໍາກະຕ່າຂອງຂວັນມາອວຍພອນໜັງສືພິມວຽງຈັນໃໝ່ ໃນວັນທີ 2 ເມສາ 2021 ເນື່ອງໃນໂອກາດປີໃໝ່ລາວ ພສ 2564 ທີ່ຈະມາເຖິງ ເຊິ່ງຮັບໂດຍທ່ານນາງ ແກ້ວຊ້ອນ ຈັນທະນາມ ຫົວໜ້າບັນນາທິການໜັງສືພິມວຽງຈັນໃໝ່ ພ້ອມຮອງຫົວໜ້າບັນນາທິການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້ ທ່ານນາງ ອາລິສາ ສຸກສົມບູນ ກໍໄດ້ອວຍພອນໄຊອັນປະເສີດໃຫ້ຄະນະບັນນາທິການ ຕະຫຼອດເຖິງພະນັກງານ-ລັດຖະກອນຂອງໜັງສືພິມວຽງຈັນໃໝ່ ມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ເປັນກະບອກສຽງອັນແຫຼມຄົມໃຫ້ພັກ-ລັດ ກໍຄືສັງຄົມຕະຫຼອດໄປ ພ້ອມນີ້ ທ່ານຍັງໄດ້ທັງຢືນຢັນວ່າ ບໍລິສັດຫົວເຫວີຍ ຈະສືບຕໍ່ພັວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຕໍ່ໄປເລື້ຍໆ.

ທ່ານນາງ ແກ້ວຊ້ອນ ຈັນທະນາມ ໄດ້ສະແດງຄວາມຂອບໃຈທ່ານນາງ ອາລິສາ ສຸກສົມບູນ ທີ່ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານ ແລະ ພະນັກງານທຸກຄົນຂອງບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ສືບຕໍ່ໃຫ້ການຊຸກຍູ້ ສະໜັບສະໜູນ ແລະ ຊ່ວຍເຫຼືອໜັງສືພິມວຽງຈັນໃໝ ຕໍ່ໆໄປ.
# ຂ່າວ & ພາບ: ສະບາໄພ