ສະໜອງບໍລິການເງິນອຸດໜູນປະກັນສັງຄົມ ຜ່ານບໍລິການ M Money

    ພິທີລົງນາມສັນຍາ ວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ລະຫວ່າງອົງການປະກັນສັງຄົມແຫ່ງຊາດ ແລະ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ເພື່ອສະໜອງບໍລິການປະກັນສັງຄົມ ຜ່ານບໍລິການການເງິນດີຈີຕອນ M Money ກະເປົາເງິນເທິງມືຖື ຈັດຂຶ້ນວັນທີ 31 ມີນາ 2021 ຢູ່ໂຮງແຮມແລນມາກ ລະຫວ່າງທ່ານນາງ ແກ້ວ ຈັນທະວີໄຊ ຫົວຫນ້າອົງການປະກັນສັງຄົມແຫ່ງຊາດ ແລະ ທ່ານ ທັນ​ສະ​ໄໝ ຊາ​ມຸນຕີ ຜູ້ອຳນວຍການບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ມີທ່ານ ລີປ່າວ ຢ່າງ ຫົວໜ້າຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

    ຈຸດປະສົງການລົງນາມສັນຍາຮ່ວມມືຄັ້ງນີ້ ເພື່ອເປັນການເປີດໂຕຄູ່ຮ່ວມທຸລະກິດກັບອົງການປະກັນສັງຄົມແຫ່ງຊາດ ໃນການສະໜອງບໍລິການເງິນອຸດໜູນປະກັນສັງຄົມ ຜ່ານບໍລິການການເງິນດີຈີຕອນ  M Money ແນ່ໃສ່ຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເຮັດໃຫ້ການບໍລິການມີຄວາມສະ ດວກ ປອດໄພ ວ່ອງໄວ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນ “ໃຫ້ຊີວິດງ່າຍຂຶ້ນ ຕາມຍຸກດີຈີຕອນ” ບໍລິການອົງການປະກັນສັງຄົມແຫ່ງຊາດ ເປັນຄູ່ຮ່ວມທຸລະກິດໃນການເປັນຜູ້ສະໜອງບໍລິການປະກັນສັງຄົມປະເພດຕ່າງໆໃຫ້ຜູ້ປະກັນຕົນ ໂດຍສະເພາະ ການຈ່າຍເງິນອຸດໜູນຕ່າງໆ ຜ່ານ M Money.

    ການຮ່ວມມືທາງທຸລະກິດຄັ້ງນີ້ ເປັນບາດກ້າວໜຶ່ງທີ່ສໍາຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ ຜ່ານ M Money ເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈໍາ ເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງຊຸກຍູ້ ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດີຈີຕອນ ຫຼຸດຜ່ອນການນຳໃຊ້ເງິນສົດ ຕາມແຜນພັດທະນາເສດຖະ ກິດດີຈີຕອນຂອງພັກ-ລັດ ໃຫ້ປາກົດຜົນເປັນຈິງ ຕາມວິໄສທັດຂອງບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ທີ່ວ່າ “ເປັນຜູ້ນຳດ້ານການບໍລິການການເງິນດີຈີຕອນ ໃນ ສປປ ລາວ”. (

# ຂ່າວ & ພາບ: ສະບາໄພ

error: Content is protected !!