ໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຕັ້ງຢູ່ແມ່ນໍ້າກະດິງ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ເຊິ່ງໂຄງການດັ່ງກ່າວ ພັດທະນາໂດຍກຸ່ມບໍລິສັດ ພອນສັກ ຈໍາກັດ ໃນເບື້ອງຕົ້ນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ພັດທະນາໂຄງການກັບລັດຖະບານ ສປປ ລາວ ໃນປີ 2012 ມາຮອດປີ 2016 ໄດ້ສ້າງຕັ້ງເປັນບໍລິສັດ ໄຟຟ້ານໍ້າເທິນ 1 ຈໍາກັດ ພ້ອມທັງເຊັນສັນຍາສໍາປະທານໂຄງການ ແລະ ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ລັດວິສະຫະກິດໄຟຟ້າລາວໃນປີ 2017 ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນເດືອນມີຖຸນາ 2016 ເປັນຕົ້ນມາ ປັດຈຸບັນ ມີຄວາມຄືບໜ້າສໍາເລັດ 85%.
ພິທີເປີດການກັກເກັບນໍ້າຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ຈັດຂຶ້ນວັນທີ 1 ເມສາ 2021 ທີ່ເມືອງປາກກະດິງ ແຂວງບໍລິຄໍາໄຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ຮອງເຈົ້າແຂວງບໍລິຄຳໄຊ ຄະນະບໍລິຫານບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ບໍລິສັດ ໄຟຟ້ານໍ້າເທິນ 1 ຈໍາກັດ ເປັນບໍລິສັດຮ່ວມຮຸ້ນ ປະກອບມີກຸ່ມບໍລິສັດພອນສັກ ຈໍາກັດ (PSG) ບໍລິສັດ ຜະລິດໄຟຟ້າ ຈໍາກັດ (ມະຫາຊົນ) EGCO ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (EDL-GEN) ໂຄງສ້າງຂອງເຂື່ອນນໍ້າເທີນ 1 ມີຮູບແບບການກໍ່ສ້າງຄອນກຣີດອັດແຮງ (RCC) ມີຄວາມຍາວ 771 ແມັດ ສູງ 177 ແມັດ ເນື້ອທີ່ອ່າງເກັບນໍ້າ 9.360 ເຮັກຕາ ສາມາດກັກເກັບນໍ້າໄດ້ປະມານ 3 ພັນລ້ານແມັດກ້ອນ ຂະໜາດກໍາລັງຕິດຕັ້ງ 650 MW ສາມາດຜະລິດໄຟຟ້າໄດ້ 2.562 ກິກາວັດໂມງຕໍ່ປີ (Gwh/year) ໃນນັ້ນ ຈະແບ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) 520 MW ແລະ ຂາຍໃຫ້ລັດວິສະຫະກິດໄຟຟ້າລາວ 130 MW.

ທ່ານ ປຣີຊາ ກັນທະມູນ ປະທານກໍາມະການບໍລິຫານບໍລິສັດໄຟຟ້າ ນໍ້າເທີນ 1 ຈໍາກັດ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້ານໍ້າເທີນວ່າ: ໂຄງການດັ່ງກ່າວ ໄດ້ວ່າຈ້າງອອກແບບ ແລະ ຄວບຄຸມການກໍ່ສ້າງ ໂດຍບໍລິສັດພອຍຣີ້ ເອນເນີຢີ ສະວິດ (POYRY) ເຊິ່ງກໍານົດວັນຊື້-ຂາຍໄຟຟ້າເປັນທາງການ ໃນເດືອນພຶດສະພາ 2022 ມີໄລຍະສໍາປະທານ 27 ປີ ນັບຈາກມື້ເລີ່ມຜະລິດໄຟຟ້າເປັນທາງການ ແລະ ງົບປະມານທີ່ນໍາໃຊ້ໃນການກໍ່ສ້າງທັງໝົດແມ່ນ 1.335 ລ້ານໂດລາສະຫະລັດ ໃນນີ້ 70% ແມ່ນເງິນກູ້ຈາກກຸ່ມທະນາຄານໃນປະເທດໄທ ແລະ 30% ແມ່ນສົມທົບທຶນຈາກຜູ້ຮ່ວມຮຸ້ນ ວຽກຫຼັກໃນການກໍ່ສ້າງ ປະກອບມີ: ກໍ່ສ້າງເຮືອນພັກພະນັກງານ ແລະ ຫ້ອງການ ກໍ່ສ້າງອຸບມຸງອ່ວຍນໍ້າ ກໍ່ສ້າງໂຕເຂື່ອນ ເຮືອນຈັກໄຟຟ້າ ອຸບໂມງສົ່ງນໍ້າ ແລະ ບານປະຕູລະບາຍນໍ້າ ຕິດຕັ້ງກົນຈັກຜະລິດໄຟຟ້າ ແລະ ລະບົບອຸປະກອນຄວບຄຸມ ພ້ອມນັ້ນ ໄດ້ກໍ່ສ້າງສາຍສົ່ງຂະໜາດກໍາລັງສົ່ງ 500 ກິໂລໂວນ ສົ່ງໄປປະເທດໄທ ແລະ ຂະໜາດ 115 ກິໂລໂວນ ສົ່ງໃຫ້ໄຟຟ້າ ນອກນີ້ ຍັງໄດ້ຍົກຍ້າຍຈັດສັນອາຊີບໃຫ້ກັບປະຊາຊົນທີ່ຜູ້ທີ່ໄດ້ຮັບຜົນກະທົບຈາກການກໍ່ສ້າງເຂື່ອນ ສັງລວມແລ້ວ ຈາກມື້ເລີ່ມຕົ້ນການກໍ່ສ້າງຈົນເຖິງປັດຈຸບັນ ໂຄງການມີຄວາມຄືບໜ້າ 85%.

ປັດຈຸບັນ ເວົ້າໄດ້ວ່າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໄດ້ສຳເລັດວຽກງານຍົກຍ້າຍ-ຈັດສັນປະຊາຊົນຜູ້ຖືກຜົນກະທົບຈາກການກໍ່ສ້າງ ສໍາເລັດການອະນາໄມຊີວະມວນອອກຈາກອ່າງເກັບນໍ້າ ພ້ອມນີ້ ສໍາເລັດວຽກງານການກໍ່ສ້າງພາກສະໜາມທີ່ຕິດພັນກັບໂຄງສ້າງການກັກເກັບນໍ້າ ເຊິ່ງໄດ້ຮັບໜັງສືຢັ້ງຢືນຈາກກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ທີ່ເປັນໄປມາດຕະຖານດ້ານເຕັກນິກກຳນົດໄວ້ ແລະ ໂຄງການມີຄວາມພ້ອມໃນການກັກເກັບນໍ້າຂອງໂຄງການ ເພື່ອນໍາໃຊ້ເຂົ້າໃນການທົດສອບເຄື່ອງຈັກ ແລະ ຜະລິດໄຟຟ້າໃນອະນາຄົດ.
# ຂ່າວ & ພາບ: ຂັນທະວີ