ເລືອກຕັ້ງ-ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸຄະລາກອນ

    ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 1-3 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສສນວ ມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາການນຳພັກ-ລັດ ສະມາຊິກສະພາແຫ່ງຊາດເຂດ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

    ໃນພາກເຊົ້າ ໃນກອງປະຊຸມໄດ້ຮັບຮອງເອົາການເລືອກຕັ້ງທ່ານ ອານຸພາບ ຕຸນາລົມ ເປັນປະທານສະພາປະຊາຊົນ ນວ ຊຸດທີ II ໄດ້ຮັບຮອງເອົາການເລືອກຕັ້ງທ່ານ ນາງ ລໍາພອຍ ສີອັກຄະຈັນ ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II ຮັບຮອງເອົາການເລືອກຕັ້ງທ່ານ ເກດມະນີ ເກດບັນດາສັກ ເປັນກໍາມະການຄະນະປະຈໍາ ສະພາປະຊາຊົນ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ທ່ານ ສົມພຽນ ວົງໄຊ ເປັນກໍາມະການຄະນະປະຈໍາສະພາປະຊາຊົນ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ທ່ານ ສົມບັດ ຈັນທະມາດ ເປັນກໍາມະການຄະນະປະຈໍາສະພາປະຊາຊົນ ປະທານຄະນະກໍາມາທິການເສດຖະກິດ ແຜນການ ແລະ ການເງິນ ທ່ານ ນະຄະເສນ ສີຫາລາດ ເປັນກໍາມະການຄະນະປະຈໍາສະພາປະຊາຊົນ ເລຂາທິການ ສສນວ ຊຸດທີ II.

    ພ້ອມນີ້ ໄດ້ຮັບຮອງເອົາການເລືອກຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ ຜູ້ໃໝ່ ນອກຈາກນີ້ ໄດ້ຮັບຮອງເອົາການເລືອກຕັ້ງທ່ານ ຈັນທີ ໂປລິວັນ ເປັນຫົວໜ້າອົງການໄອຍະການ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອຍະການປະຊາຊົນ ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ.

 ​                           # ຂ່າວ & ພາບ:  ວຽງມາ

error: Content is protected !!