Facebook ອັບເດດຟີເຈີໃໝ່ ຊ່ວຍໃຫ້ຜູ້ໃຊ້ຄວບຄຸມສິ່ງທີ່ແຊຣ ແລະ ຄົ້ນພົບໃນແພັຼດຟອມ ມີປະສິດທິຜົນຫຼາຍຂຶ້ນ

    ວັນທີ 1 ເມສາ 2021 Facebook ແນະນຳເຄື່ອງມືທີ່ປັບປຸງໃໝ່ ເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດຄວບຄຸມສິ່ງທີ່ແບ່ງປັນ (Share) ໄປໃນຟີດຂ່າວໄດ້ຫຼາຍຂຶ້ນ ໂດຍສາມາດເລືອກໄດ້ວ່າໃຜສາມາດສະແດງຄວາມຄິດເຫັນໃນໂພສສາທາລະນະ ຄວບຄຸມເປົ້າໝາຍທີ່ຈະເຂົ້າມາສະແດງຄວາມຄິດເຫັນສຳລັບໂພສສາທາລະນະ ຈາກເມນູ ເຊິ່ງສາມາດເລືອກໄດ້ແຕ່ທຸກຄົນທີ່ເຫັນໂພສ ຈົນເຖິງສະເພາະບຸກຄົນ ແລະ ເພຈທີ່ແທັກ.

    ຟີເຈີໃໝ່ຈາກ Facebook ຈະຊ່ວຍໃຫ້ຜູ້ໃຊ້ທົ່ວໄປ ບຸກຄົນສາທາລະນະ ຜູ້ສ້າງເນື້ອຫາ ຫຼື ຍີ່ຫໍ້ ສາມາດຄວບຄຸມວ່າໃຜສາມາດໂຕ້ຕອບກັບໂພສສາທາລະນະໄດ້ແດ່ ໂດຍເລືອກທີ່ຈະຈຳກັດກຸ່ມເປົ້າໝາຍໃນການສະແດງຄວາມຄິດເຫັນໃນໂພສສາທາລະນະ ເພື່ອຊ່ວຍໃຫ້ທ່ານຮູ້ສຶກປອດໄພ ແລະ ມີສ່ວນຮ່ວມໃນການສົນທະນາທີ່ເປັນປະໂຫຍດຫຼາຍຂຶ້ນກັບຊຸມຊົນຂອງທ່ານ ເຄື່ອງມືຊຸດໃໝ່ນີ້ ເປັນສ່ວນໜຶ່ງຂອງການພັດທະນາຜະລິດຕະພັນຢ່າງຕໍ່ເນື່ອງ ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດເລືອກຈັດການການເຄື່ອນໄຫວກັບໝູ່ ແລະ ເພຈ ທີ່ພວກເຂົາສົນໃຈ ພ້ອມຊ່ວຍໃຫ້ການຄົ້ນຫາສິ່ງຕ່າງໆງ່າຍຂຶ້ນ ແລະ ເສີມການໃຊ້ງານໃຫ້ມີປະສິດທິຜົນຂຶ້ນ ຜ່ານຟີເຈີຕ່າງໆດັ່ງນີ້:

    ລາຍການທີ່ມັກ: ຜູ້ໃຊ້ງານ ສາມາດຄວບຄຸມ ແລະ ຈັດລຳດັບຄວາມສຳຄັນຂອງໂພສ ຈາກໝູ່ ແລະ ເພຈ ທີ່ສົນໃຈຫຼາຍທີ່ສຸດໃນຟີດຂ່າວ ການເລືອກໝູ່ ແລະ ເພຈສູງສຸດ 30 ລາຍການໄວ້ໃນລາຍການທີ່ມັກທີ່ສຸດ ຈະເຮັດໃຫ້ໂພສຂອງໝູ່ ແລະ ເພຈທີ່ທ່ານເລືອກ ປາກົດຂຶ້ນເປັນອັນດັບຕົ້ນໆໃນຟີດຂ່າວ ແລະ ຍັງສາມາດໃຊ້ໂຕກອງເພື່ອເບິ່ງສະເພາະໂພສເຫຼົ່ານີ້ໄດ້

    ແທັບໂຕກອງຟີດ: ເມນູໃໝ່ທີ່ຢູ່ດ້ານເທິງຂອງຟີດຂ່າວ ຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງການກອງໂພສຕ່າງໆຈາກ “ລາຍການໃໝ່ທີ່ສຸດ” ງ່າຍຂຶ້ນ ເຮັດໃຫ້ງ່າຍຕໍ່ການສະຫຼັບລະຫວ່າງຟີດຂ່າວທີ່ຈັດອັນດັບຕາມ Algorithm ແລະ ຟີດທີ່ຮຽງຕາມລຳດັບເວລາທີ່ມີໂພສໃໝ່ທີ່ສຸດໃຫ້ຂຶ້ນກ່ອນ

    ເຊື່ອງໂພສຊົ່ວຄາວ: ຜູ້ໃຊ້ງານສາມາດເຊື່ອງໂພສຈາກບຸກຄົນ ເພຈ ຫຼື ກຸ່ມໃດໆໄດ້ຊົ່ວຄາວ.

    Facebook ຍັງໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບເນື້ອຫາທີ່ຖືກແນະນຳໃນຟີດຂ່າວ ໂດຍການຂະຫຍາຍຟີເຈີເພື່ອຊ່ວຍໃຫ້ທ່ານຄົ້ນພົບຂ່າວ ແລະ ເນື້ອຫາທີ່ກ່ຽວຂ້ອງ Facebook ຈຶ່ງແນະນຳໂພສໃນຟີດຂ່າວຈາກທີ່ຕ່າງໆ ເຊັ່ນ: ເພຈ ແລະ ກຸ່ມທີ່ທ່ານຍັງບໍ່ໄດ້ຕິດຕາມ ແຕ່ອາດກົງກັບຄວາມສົນໃຈຂອງທ່ານ ການແນະນຳໂພສເຫຼົ່ານີ້ ຂຶ້ນຢູ່ກັບປັດໄຈຕ່າງໆ ຄື: ການມີສ່ວນຮ່ວມໃນໂພສ ໂດຍອີງຈາກສິ່ງທີ່ຜູ້ໃຊ້ງານໄດ້ມີການເຄື່ອນໄຫວໃນເພຈ ຫຼື ກຸ່ມ ຫົວຂໍ້ທີ່ກ່ຽວຂ້ອງໂດຍ Facebook ຈະເລືອກແນະນຳໂພສໃນຫົວຂໍ້ທີ່ມີຄວາມຄ້າຍກັນກັບສິ່ງທີ່ຜູ້ໃຊ້ງານເຄີຍມີສ່ວນຮ່ວມກ່ອນໜ້ານີ້ ລວມເຖິງຕຳແໜ່ງທີ່ຕັ້ງ ໂດຍຜູ້ໃຊ້ງານອາດເຫັນໂພສແນະນຳຈາກສະຖານທີ່ໃນຂະນະນັ້ນ ແລະ ສິ່ງທີ່ຜູ້ຄົນໃນແຖວນັ້ນໃຫ້ຄວາມສົນໃຈ.

    ການເພີ່ມຄຳອະທິບາຍ ຊ່ວຍໃຫ້ຜູ້ໃຊ້ງານສາມາດແຕະໂພສຈາກໝູ່ ເພຈ ແລະ ກຸ່ມທີ່ເລືອກຕິດຕາມ ຕະຫຼອດຈົນໂພສທີ່ Facebook ແນະນຳ ແລະ ໄດ້ຂໍ້ມູນເພີ່ມເຖິງເຫດຜົນທີ່ປາກົດຢູ່ເທິງຟີດຂ່າວ Facebook ເດີນໜ້າໃຫ້ຄວາມສຳຄັນກັບການລົງທຶນ ເພື່ອຫາວິທີການໃໝ່ໆຢ່າງຕໍ່ເນື່ອງ ເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດເຂົ້າໃຈ ແລະ ຄວບຄຸມການເຮັດວຽກຂອງການຈັດອັນດັບເນື້ອຫາຕາມ Algorithm ຜູ້ໃຊ້ງານສາມາດປັບການຕັ້ງຄ່າຟີດຂ່າວ ແລະ ເລືອກກຳນົດການຕັ້ງຄ່າຄວາມເປັນສ່ວນຕົວ ໃນແອັບພລີເຄຊັນໄດ້ທີ່ “ການຕັ້ງຄ່າຟີດຂ່າວ”.

​                           # ຂ່າວ & ພາບ:  ສະບາໄພ

error: Content is protected !!