ມອບ-ຮັບໜ້າທີ່ລັດຖະມົນຕີ ກະຊວງ ສສກ

    ພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດຂຶ້ນວັນທີ 1 ເມສາ 2021 ຢູ່ຄະນະກໍາມະການໂອແລມປິກແຫ່ງຊາດລາວ ລະຫວ່າງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງ ສສກ (ຜູ້ເກົ່າ) ແລະ ທ່ານ ຮສ ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ສສກ (ຜູ້ໃໝ່) ໂດຍມີທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີບັນດາທ່ານຮອງລັດຖະມົນຕີ ຫົວໜ້າຫ້ອງການ ຫົວໜ້າກົມ ຮອງກົມ ຜູ້ອຳນວຍການສະຖາບັນ ສຳນັກພິມ ສູນ ແລະ ຕາງໜ້າຈາກມະຫາວິທະຍາໄລ ເຂົ້າຮ່ວມ.

    ໂອກາດນີ້ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ກ່າວວ່າ: ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຂ້າພະເຈົ້າພ້ອມດ້ວຍໝູ່ຄະນະ ແລະ ເພື່ອນຮ່ວມງານຂັ້ນຕ່າງໆ ໄດ້ພ້ອມກັນຄົ້ນຄວ້າ ແລະ ເສີມຂະຫຍາຍແນວທາງນະໂຍບາຍຂອງພັກ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກກະຊວງ ກໍຄືແຜນພັດທະນາຂະແໜງການສຶກສາ ແລະ ກີລາ ຄັ້ງທີ VIII ເຊິ່ງມີຜົນສຳເລັດ ພ້ອມດ້ວຍຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ໄດ້ມີການປະເມີນແຕ່ລະປີ ພ້ອມທັງຖອດຖອນບົດຮຽນ 5 ປີ ໂດຍລວມ ມີຜົນສຳເລັດສູງພໍສົມຄວນ ສຳລັບສິ່ງທີ່ຍັງຄົງຄ້າງ ບໍ່ທັນສຳເລັດ ແມ່ນໄດ້ມີການຕີລາຄາ ແລະ ໄດ້ກຳນົດເຖິງວິທີແກ້ໄຂໄວ້ໃນແຜນພັດທະນາຂະແໜງການສຶກສາ ແລະ ກີລາ ໃນ 5 ປີ ຄັ້ງທີ IX (2021-2025) ຂ້ອນຂ້າງຈະແຈ້ງຕາມທີ່ໄດ້ຕົກລົງເປັນມະຕິ ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ເພື່ອໃຫ້ຄະນະນຳຂອງກະຊວງຊຸດໃໝ່ ໄດ້ນຳໄປຜັນຂະຫຍາຍເຂົ້າສູ່ຕົວຈິງ.

    ຜົນສຳເລັດໃນໄລຍະຜ່ານມາ ແມ່ນຍ້ອນຄວາມເອົາໃຈໃສ່ຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ທີ່ໄດ້ໃຫ້ການຊີ້ນຳຢ່າງໃກ້ຊິດ ແລະ ແທດເຖິງໃນການພັດທະນາຊັບພະຍາກອນມະນຸດ ສົມທົບກັບຄວາມສາມັກຄີພາຍໃນ ແລະ ການປະກອບສ່ວນຮ່ວມມືຂອງຄະນະນຳກະຊວງ ​ຜູ້ບໍລິຫານການສຶກສາ ແລະ ກີລາທຸກຂັ້ນ ຕະຫຼອດຮອດຄູອາຈານໝົດທຸກຄົນໃນທົ່ວປະເທດ.

    ທ່ານ ຮສ ປອ ພຸດ ສິມມາລາວົງ ກ່າວວ່າ: ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ຕົນ ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ XI ຂອງ​ພັກ​ ກໍຄືການ​ຈັດ​ຕັ້ງ​ຜັນ​ຂະ​ຫ​ຍາຍ​ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ IX ຂອງ​ອົງ​ຄະ​ນະ​ພັ​ກ​ກະ​ຊວງໃຫ້​ປາກົດ​ຜົນ​ເປັນ​ຈິງ ​ຂ້າ​ພະ​ເຈົ້າ​ຂໍ​ປະ​ຕິ​ຍານ​ຕົນ​ວ່າ ຈະ​ສືບ​ຕໍ່​ສຸມທຸກ​ເຫື່ອ​ແຮງ ແລະ ​ຄວາມ​ຮູ້​ຄວາມສາ​ມາດ​ຂອງ​ຕົນ​ຮ່ວມ​ກັບ​ໜູ່​ຄະ​ນະ​ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ທີ່​ພັກ-ລັດ ກໍ​ຄື​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ທີ່​ໄດ້​ມອບ​ໝາຍ​ໃຫ້​ໃນ​ການພັດທະນາການສຶກສາ-ກີລາ ແລະ ການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ຈະ​ສືບ​ຕໍ່​ສຶກ​ສາ​ອົບ​ຮົມ​ສະມາຊິກ​ພັກ ຜູ້ບໍລິຫານການສຶກສາ ແລະ ກີລາ ແລະ ຄູອາຈານ ໃນຂອບເຂດທົ່ວປະເທດ ໃຫ້​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄ​ວາມ​ຮັບ​ຜິດ​ຊອບ​ສູງ ມີ​ຈັນ​ຍາ​ບັນ-ຈັນ​ຍາ​ທຳ ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນດ້ວຍ​ຄວາມ​ບໍ​ລິ​ສຸດ​ສັດຊື່ ແລະ ຮັບຜິດຊອບສູງ ຈະ​ສືບ​ຕໍ່​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ຢູ່​ພາຍ​ໃນ ແລະ ພາຍນອກໃຫ້ເຂັ້ມແຂງ ໂດຍ​ສະ​ເພາະ ​ສືບ​ຕໍ່​ພົວ​ພັນ​ກັບ​ບັນ​ດາ​ປ​ະ​ເທດ​​ເພື່ອນ​ມິດຍຸດທະສາດ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ຍາດ​ແຍ່ງ​ທຶນ​ຮອນ​ມາ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກຈຸດສຸມຂອງ​ກະ​ຊວງ​ໃນ​ໄລ​ຍະ 5 ປີ​ຕໍ່​ໜ້​າ ຈະສືບຕໍ່ຮໍ່າຮຽນເອົາແບບແຜນການດຳລົງຊີວິດ ແລະ ພາລະກິດທີ່ໄດ້ຮັບການມອບໝາຍຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ໃຫ້ເປັນຮູບປະທຳ ເຂົ້າໃນຊີວິດພຶດຕິກຳຕົວຈິງ.

    ຂະນະທີ່ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ພາຍ​ໃຕ້​ການ​ຊີ້​ນຳ​-​ນຳ­ພາຂອງທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ເລ​ຂາ​ຄະ​ນະ​ພັກ ລັດ​ຖະ​ມົນ​ຕີ​ກະ​ຊວງ ສສກ ທີ່ໄດ້ສູ້​ຊົນ​ອົດ­ທົນ​ຜ່ານ​ຜ່າຄວາມ​ຫຍຸ້ງ­ຍາກ​ຕ່າງໆ ສ້າງໄດ້​​ຄວາມເປັນ​ເອກະ​ພາບ​ກັນ​ໃນ​ລະ​ດັບ​ສູງ ​ຄະ​ນະ​ພັກເປັນ​ຫຼັກ​ແຫຼ່ງ ເປັນ​ຄັນ​ທຸງ  ເປັນ​ແກ່ນ​ສານ​ໃນ​ການ​ນຳ­ພາ ແລະ ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ ຖັນ​ແຖວ​ພະ­ນັກ­ງານ ແລະ ສະ­ມາ­ຊິກ​ພັກ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໜ້າ​ທີ່​ວຽກ​ງານທີ່ພັກ ແລະ ລັດຖະບານ ມອບ​ໝາຍ​ໃຫ້ ເຮັດ​ໃຫ້​ວຽກ​ງານ​ການສຶກ​ສາ​ ແລະ ກີ​ລາ ໄດ້ມີ​ການ​ຫັນ­ປ່ຽນ​ທີ່​ຕັ້ງ­ໜ້າ ສາ​ມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ໃນ​ຫຼາຍ​ດ້ານ.

    ນອກນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ບາງບັນຫາ ເຊັ່ນ: ​ພ້ອມ​ກັນ​ສືບ­ຕໍ່ນຳ­ພາ​ພະ­ນັກ­ງານ ແລະ ​ສະ­ມາ­ຊິກ​ພັກໃນ​ທົ່ວ​ກະ​ຊວງ ​ຕັ້ງ­ໜ້າ​ແຂ່ງ­ຂັນ​ກັນສ້າງ​ຂະ­ບວນ​ການ​ດ້ານ​ຕ່າງໆໃຫ້​ມີ​ການຫັນ­ປ່ຽນ​ຢ່າງ​ແຂງ­ແຮງ ເລິກ​ເຊິ່ງ ແລະ ຮອບ​ດ້ານ  ເພື່ອ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ XI ຂອງ​ພັກ ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ IX ຂອງ​ອົງ​ຄະ​ນະ​ພັກກະ​ຊວງ ສສກ ກໍ​ຄືແຜນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມ ຂອງ​ກະ​ຊວງໄດ້​ວາງ​ອອກ​ໃຫ້​ປາ​ກົດ​ຜົນ​ເປັນ​ຈິງ ເອົາ­ໃຈໃສ່­ເປັນ​ເຈົ້າ​ການ​ ແລະ ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ ແລະ ພາຍນອກ ເປັນ​ຕົ້ນ​ແມ່ນໃນ​ຂົງ​ເຂດ​​ການສຶກ​ສາ ແລະ ​ກິີລາ ສືບ­ຕໍ່​ປົກ​ປັກ​ຮັກ­ສາ​ມູນ­ເຊື້ອ​ອັນ​ດີ­ງາມຂອງ​ກະ​ຊວງພວກ​ສະ​ຫາຍ ໂດຍ​ສະ­ເພາະ​​ມູນ​ເຊື້ອຄວາມ​ສາ­ມັກ­ຄີ​​ເປັນ​ເອ​ກະ​ພາບ​ລະ​ດັບ​ສູງພາຍ​ໃນ​ຄະ­ນະ​ພັກ​-​ຄະ­ນະ​ນຳ ສືບ­ຕໍ່​ເປັນ​ຫຼັກ​ເປັນ​ແຫຼ່ງ ເປັນ​ຄັນ​ທຸງ ແລະ  ເປັນ​ແກນ​ນຳ ໃນ​ການ​ເຕົ້າໂຮມ​ຄວາມ​ສາ­ມັກ­ຄີໃນ​ຖັນ​ແຖວ​ພະ­ນັກ­ງານສະ­ມາຊິກ​ພັກ.

    ປັບປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສິດສອນຂອງ​ຄູສອນຊັັ້ນປະຖົມສຶກສາ ໂດຍໃຫ້​ບູລິມະສິດໃນການຈັດສັນຊັບພະຍາກອນທີ່ມີ ໃສ່ວຽກງານປະຖົມສຶກສາ ສະໜອງການສຶກສາຫຼັງຂັັ້ນພື້ນຖານທີຶ່ມີຄຸນນະພາບ ໂດຍສະເພາະໃນຊັັ້ນມັດທະຍົມສຶກສາຕອນປາຍ ອາຊີວະສຶກສາ ແລະ ການສຶກສາຊັັ້ນສູງ ເພືຶ່ອປະກອບສ່ວນເຂົ້າ ແລະ ສະໜັບສະໜູນບັນດາ​ບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ ແລະ ກີລາໃນທຸກລະດັບ ເພືຶ່ອປັບປຸງປະສິດທິພາບ ປະສິດທິຜົນ ສຸມ​ໃສ່ຫຼຸດຜ່ອນຄວາມແຕກໂຕນກັນໃນການພັດທະນາການສຶກສາ ແລະ ກີລາ ໃນ​ຕົວ​ເມືອງ ແລະ ຊົນ​ນະ​ບົດ ສືບຕໍໍ່ກໍໍ່ສ້າງ ແລະ ພັດທະນາບຸກຄະລາກອນການກີລາ-ກາຍຍະກຳ ໃຫ້ມີຄຸນະພາບ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ເທືຶ່ອລະກ້າວ.

​                           # ຂ່າວ & ພາບ:  ສີພອນ

error: Content is protected !!