ກອງປະຊຸມຄັ້ງປະຖົມມະລຶກ ສສນວ ຊຸດທີ II ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສຳຄັນ

    ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການໃນວັນທີ 1-3 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ 6) ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານ ສສນວ ມີທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາການນຳພັກ-ລັດ ສະມາຊິກສະພາແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນ ນວ ຊຸດທີ 2 ໄດ້ໄຂຂຶ້ນຢ່ສະຫງ່າຜ່າເຜີຍ ໃນທ່າມກາງທີ່ທົ່ວພັກ-ລັດ ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນຊາວ ນວ ໄດ້ສຶບຕໍ່ສ້າງຂະບວນການເພື່ອຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ຜົນສໍາເລັດການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ ຢ່າງເປັນຂະບວນຟົດຟື້ນໃນທົ່ວສັງຄົມ.

    ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງ ນວ ເປັນຕົ້ນ ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງຂັ້ນ ນວ ກ່ຽວກັບຜົນສໍາເລັດການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສສນວ ຊຸດທີ II ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານ ການສະເໜີແຕ່ງຕັ້ງຮອງປະທານ ກຳມະການຄະນະປະຈຳ ໂຄງປະກອບການຈັດຕັ້ງ ແລະ ບຸຄະລາກອນຂອງ ສສນວ ຊຸດທີ 2 ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເຈົ້າຄອງ ນວ ການສະເໜີແຕ່ງຕັ້ງຮອງເຈົ້າຄອງ ໂຄງປະກອບການຈັດຕັ້ງ ແລະ ສະມາຊິກຂອງອົງການປົກຄອງ ນວ ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນ ປະທານສານປະຊາຊົນພາກກາງ ແລະ ຫົວໜ້າອົງການໄອຍະການປະຊາຊົນ ນວ ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ 9 ຂອງ ນວ ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງອົງການໄອຍະການປະຊາຊົນ ສານປະຊາຊົນພາກກາງ ແລະ ແຜນການ 5 ປີ ຂອງອົງການໄອຍະການປະຊາຊົນ ສານປະຊາຊົນ ນວ ພິຈາລະນາ ແລະ ຮັບຮອງເອົາແຜນການ 5 ປີ ຂອງ ສສນວ ຊຸດທີ II ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ຫຼັກການປະເມີນຫົວໜ່ວຍ ລາຄາຜົນລະປູກ ສິ່ງປຸກສ້າງ ເນື້ອທີ່ດິນທີ່ຖືກຜົນກະທົບຈາກໂຄງການສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ເມືອງລ່ອງແຈ້ງ ຫາສະຖານີນາບົງ.

    ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ແມ່ນສຸດທີ່ມີຄວາມໝາຍສຳຄັນ ເພາະເປັນການພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນໄລຍະ 5 ປີຕໍ່ໜ້າ ດັ່ງນັ້ນ ຂໍຮຽກຮ້ອງມາຍັງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ແລະ ບັນດາ ສສນວ ຊຸດທີ II ຈົ່ງໄດ້ຍົກສູງຄວາມຮັບຜິດຊອບການເມືອງ ສຸມສະຕິປັນຍາ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄ້ວາ ພິຈາລະນາ ແລະ ປະກອຍຄຳເຫັນຢ່າງມີປະຊາທິປະໄຕ ເລິກເຊິ່ງ ມີຈຸດສຸມ ແລະ ຮັບປະກັນຄວາມຖືກຕ້ອງຕາມລະບຽບກົດໝາຍ ກ້າວໄປເຖິງການຕົກລົງຮັບຮອງເອົາບັນຫາສຳຄັນພື້ນຖານຂອງ ນວ ໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

    ໃນກອງປະຊຸມ ໄດ້ຮັບຮອງເອົາການເລືອກຕັ້ງທ່ານ ອານຸພາບ ຕຸນາລົມ ເປັນປະທານສະພາປະຊາຊົນ ນວ ຊຸດທີ II ໄດ້ຮັບຮອງເອົາການເລືອກຕັ້ງທ່ານ ນາງ ລໍາພອຍ ສີອັກຄະຈັນ ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II ຮັບຮອງເອົາການເລືອກຕັ້ງທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ ຜູ້ໃໝ່ ຮັບຮອງເອົາການເລືອກຕັ້ງທ່ານ ຈັນທີ ໂປລິວັນ ເປັນຫົວໜ້າອົງການໄອຍະການ ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອຍະການປະຊາຊົນ ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ ນອກຈາກນີ້ ກອງປະຊຸມໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການທຽບເທົ່າລັດ ພະແນກການຂັ້ນ ນວ ຕື່ມອີກ.

​                           # ຂ່າວ & ພາບ:  ວຽງມາ

error: Content is protected !!