ໂຮງຮຽນນານາຊາດລາວກັບການຜັນຂະຫຍາຍການສິດສອນຜ່ານອອນລາຍ

      ໂດຍປະຕິບັດຕາມແຈ້ງການ ຂອງກະຊວງສຶກສາທິການ ແລະ ກີລາ ກ່ຽວກັບ ການໂຈະການຮຽນ-ການສອນໃນສະຖານການສຶກສາໃນຂອບເຂດທົ່ວປະເທດ ປັດຈຸບັນສະພາບການລະບາດຂອງພະຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຮຸນແຮງໃນ ທົ່ວໂລກ ເພື່ອປ້ອງກັນ ແລະ ຮັບມືການລະບາດຂອງພະຍາດດັ່ງກ່າວ ໃຫ້ແກ່ຄູ-ອາຈານ ບຸກຄະລາກອນທາງການສຶກສາ-ກີລາ ນັກຮຽນ-ນັກສຶກສາ ແລະ ພໍ່ແມ່-ຜູ້ປົກຄອງໃນຂອບເຂດທົ່ວປະເທດ.

ທ່ານ ສະປາ ໂຊເບຕົບຟ ( SAPAR SOBETOV) ຜູ້ອຳນວຍການໂຮງຮຽນນານາຊາດລາວ ກ່າວວ່າ: ສົກຮຽນ 2019-2020 ໂຮງຮຽນພວກເຮົາມີຄູສອນ 72 ຄົນ ມິນັກຮຽນລ້ຽງເດັກ-ອະນຸບານ 90 ຄົນ ຊັ້ນປະຖົມແຕ່ ປ1-ປ5 169 ຄົນ ຊັ້ນມັດທະຍົມສຶກສາ 344 ຄົນ ຈາກສະພາບດັ່ງກ່າວ ເນື່ອງຈາກເງື່ອນໄຂຂອງ ໂຮງຮຽນພວກເຮົາມີຄວາມພ້ອມຢູ່ແລ້ວ ຈື່ງສາມາດດຳເນີນການສິດສອນຜ່ານທາງອອນລາຍໄດ້ເລີຍ.

      ທ່ານ ຊູເລມານ ອາຕາເຢັບຟ (SULEYMAN ATAYEV) ຜູ້ຊ່ວຍອຳນວຍການໂຮງຮຽນ ກ່າວວ່າ: ພາຍຫຼັງມີຄຳສັ່ງຂອງກະຊວງສຶກສາທິການ ແລະ ກີລາ ໃນການໂຈະການສິດສອນຢູ່ພາຍໃນໂຮງຮຽນຊົ່ວຄາວ ພວກເຮົາກໍຈັດການປະຊຸມແນະນຳພະນັກງານຄູ-ອາຈານ ໂດຍສະເພາະຄູສອນແຕ່ລະວິຊາຮຽນ ໄດ້ຕັ້ງກຸ່ມວອດແອັບ ລາຍ ແລະ ການສື່ສານໃນຊ່ອງທາງຕ່າງກັບນັກຮຽນໃນແຕ່ລະ ຫ້ອງຮຽນ ແລະ ກຸ່ມວິຊາ ເພື່ອນຳໃຊ້ການຮຽນ-ການສອນທາງອອນລາຍ ໃຊ້ເວລາການຮຽນ 6 ຊົ່ວໂມງຕໍ່ວັນ ສ່ວນນັກຮຽນລ້ຽງເດັກ-ອະນຸບານ ແມ່ນອັດເປັນວິດີໂອ ແລະ ເອກະສານ ຈຳນວນໜຶ່ງສົ່ງໃຫ້ຜູ້ປົກຄອງ ເພື່ອປະຕິບັດຕາມແບບແຜນການສິດສອນຂອງໂຮງຮຽນ ທຸກຂັ້ນຕອນ ການຮຽນ-ການສອນ ແມ່ນມີການກວດສອບຂອງຄູຢ່າງລະອຽດ ສະເພາະການຮຽນ-ການສອນຜ່ານອອນລາຍຂອງໂຮງຮຽນພວກເຮົາແມ່ນສະດວກສະບາຍ ເພາະທັງຄູ ແລະ ນັກຮຽນພວກເຮົາຄຸ້ນເຄີຍກັບການຮຽນແບບນີ້ມາແລ້ວ ຈຶ່ງເຮັດໃຫ້ການຮຽນ-ການສອນຄັ້ງນີ້ບໍ່ເປັນອຸປະສັກຫ້ແກ່ພວກເຮົາ.

         ທ່ານຜູ້ອຳນວຍການໂຮງຮຽນກ່າວຕື່ມວ່າ: ການສິດສອນຜ່ານທາງອອນລາຍຂອງພວກເຮົາ ຈະໄດ້ດຳເນີນໄປຈົນກວ່າຈະມີຄຳສັ່ງແນະນຳຂອງຂັ້ນເທິງ ແລະ ຜ່ານການຮຽນສິດສອນຄັ້ງນີ້ ຈະເປັນເງື່ອນໄຂໜຶ່ງໃນການສືບຕໍ່ເປີດກວ້າງການຮຽນຜ່ານທາງອ່ອນລາຍ ໂດຍສະເພາະການສິດສອນ ຍົກລະດັບພາສາອັງກິດໃຫ້ກັບນັກຮຽນ ພະນັກງານ ແລະ ຜູ້ສົນໃຈສາມາດສະໝັກຮຽນຜ່ານທາງອອນລາຍນຳໂຮງຮຽນພວກເຮົາໄດ້ໃນອະນາຄົດ.

error: Content is protected !!