ກະຊວງສາທາລະນະສຸກ ຮ່ວມກັບ ອົງການອຸຍນີເຊບ (UNICEF) ແລະ ອົງການອະນາໄມໂລກ (WHO) ຈັດກອງປະຊຸມເຜີຍແຜ່ຂໍ້ມູນແກ່ສື່ມວນຊົນກ່ຽວກັບວັກຊີນປ້ອງກັນພະຍາດ ໂຄວິດ-19 ເພື່ອແຈ້ງໃຫ້ສັງຄົມຮູ້ກ່ຽວກັບການຈັດຕັ້ງປະຕິບັດ ການສັກຢາປ້ອງກັນພະຍາດດັ່ງກ່າວ ທັງ ເປັນການສ້າງຄວາມໄວ້ວາງໃຈກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນຂອງວັກຊີນ ຜ່ານສື່.
ທ່ານ ນາງ ເພຍ ຣີເບລໂລ ບຣິດໂຕ ຜູ້ຕາງໜ້າອົງການ UNICEF ກ່າວໃນກອງປະຊຸມຄັ້ນນີ້ວວ່າ: ສື່ມວນຊົນແມ່ນມີ ບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບວັກຊີນປ້ອງກັນ ໂຄ ວິດ-19 ໃຫ້ປະຊາຊົນເຂົ້າໃຈທາງດ້ານບວກ ເນື່ອງຈາກວ່າເມື່ອບໍ່ດົນຜ່ານມາມີຂ່າວອອກມາກ່ຽວ ກັບຜູ້ໄດ້ຮັບວັກຊີນແລ້ວມີອາການຈົນໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ທັງໆທີ່ບໍ່ມີມູນຄວາມຈິງ.
ທ່ານ ມາກ ເຈຄອບ ຜູ້ຕາງໜ້າອງການອະນາໄມໂລກ ກ່າວວ່າ: ເພື່ອຕອບໂຕ້ກັບການລະບາດ ຂອງ ໂຄວິດ-19 ການພັດທະນາວັກຊີນແມ່ນມີຄວາມສໍາຄັນເພື່ອຕ້ານການລະບາດ ຄຽງຄູ່ກັນ ນັ້ນ ສື່ອົງປະກອບສໍາຄັນໃນການຕ້ານການລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະແມ່ນ ການເຜີຍແຜ່ຂໍ້ມູນຂ່າວສານທາງດ້ານບວກໃຫ້ພໍ່ແມ່ປະຊາຊົນ ກໍຄື ສັງຄົມເຂົ້າໃຈແຈ້ງເຖິງການ ປະຕິບັດມາດຕະການ ລວມໄປເຖິງການຮັບວັກຊີນ ປ້ອວກັນການລະບາດຂອງພະຍາດດັ່ງກ່າວ.
ທ່ານ ຮສ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ສື່ມວນ ຊົນແມ່ນມີຄວາມສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວສານ ແລະ ໄດ້ເຄື່ອນໄຫວຄຽງບ່າຄຽງໄລ່ກັບ ວິຊາການ-ການແພດ ນັບແຕ່ມີການລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ ດັ່ງນັ້ນກອງ ປະຊຸມຄັ້ງນີ້ແມ່ນມີຄວາມສໍາຄັນໃນການແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ຜູ້ໃຫ້ຂ່າວ ກໍຄື ຜູ້ໃຫ້ຂໍ້ມູນ ແລະ ຜູ້ສື່ຂ່າວ ໃນການເຜີຍແຜ່ຂໍ້ມູນຂ່າວສານການກະກຽມ ເຄື່ອນໄຫວກ່ຽວກັບ ການແຈກຢາກວັກຊີນປ້ອງກັນ ໂຄວິດ-19 ໃຫ້ບັນລຸຕາມຈຸດປະສົງຕາມລະດັບຄາດໝາຍ.
ກອງປະຊຸມເທື່ອນີ້ມີຂຶ້ນໃນຕອນເຊົ້າຂອງມື້ນີ້ທີ່ ໂຮງແຮມລາວພລາຊາ ໂດຍການເຂົ້າຮ່ວມ ຂອງສື່ມວນຊົນຈາກ ສໍານັກຕ່າງໆ ພ້ອມພາກສ່ວນກ່ຽວຂ້ອງ.
#VientianeMai