ໃນວັນທີ 31 ມີນາ 2021 ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ພ້ອມດ້ວຍທູຕານຸທູດຂອງປະເທດຄູ່ຮ່ວມພັດທະນາ ໄດ້ເຂົ້າພົບປະທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

ໂອກາດນີ້ ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານກ່ຽວກັບການຂະຫຍາຍຕົວສະພາບເສດຖະກິດຂອງແຂວງ ໄປພ້ອມກັບລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ພາຍໃນແຂວງເປັນເວລາຫຼາຍກວ່າ 27 ປີ ແຂວງຊຽງຂວາງມີຜູ້ຖືກເຄາະຮ້າຍຈາກລະເບີດຈຳນວນ 6.997 ຄົນ ເນື້ອທີ່ມີຄວາມສ່ຽງຈາກລະເບີດບໍ່ແຕກ 62.191 ເຮັກຕາ ສາມາດເກັບກູ້ລະເບີດໄດ້ 14.148 ເຮັກຕາ ໃນນີ້ ເນື້ອທີ່ກະສິກຳ 12.315 ເຮັກຕາ ແລະ ເນື້ອທີ່ພັດທະນາ 1.833 ເຮັກຕາ ແລະ ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ໃນນາມຕາງໜ້າໃຫ້ອຳນາດການປົກຄອງແຂວງຊຽງຂວາງ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງບັນດາປະເທດທີ່ໃຫ້ທຶນການຊ່ວຍເຫຼືອສະໜັບສະໜູນດ້ານມະນຸດສະທຳ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ແກ່ ສປປ ລາວ ກໍຄືແຂວງຊຽງຂວາງ ເຮັດໃຫ້ປະຊາຊົນບັນດາເຜົ່າແຂວງຊຽງຂວາງໄດ້ຮັບໂອກາດໃນການຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນ ມີໂອກາດເຂົ້າເຖິງປັດໄຈດ້ານການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ສອດຄ່ອງກັບແຜນຍຸດທະສາດແຫ່ງຊາດໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ເສັ້ນທາງກ້າວສູ່ຄວາມປອດໄພໄລຍະ II.

ທ່ານ ນາງ ລີຄາດາ ລີເຈີ (Ricarda Rieger) ຕາງໜ້າອົງການສະຫະປະຊາດເພື່ອການພັດທະນາປະຈຳລາວ(UNDP) ໄດ້ກ່າວວ່າ: ຂ້າພະເຈົ້າ ໃນນາມຕາງໜ້າອົງການ UNDP ແລະ ຄູ່ຮ່ວມພັດທະນາອື່ນໆ ຂໍຢັ້ງຢືນຈະສືບຕໍ່ໃຫ້ການສະໜັບສະໜູນວຽກງານນີ້ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້ ທາງຄະນະໄດ້ເຂົ້າຢ້ຽມຢາມສວນວາງສະແດງລູກລະເບີດເປົາຂອງໂຄງການເກັບກູ້ລະເບີດແຂວງຊຽງຂວາງ ແລະ ຢ້ຽມຢາມທົ່ງໄຫຫີນ ມໍລະດົກໂລກແຫ່ງທີ 3 ຂອງລາວ.

.
# ຂ່າວ & ພາບ: ເພັດສະໝອນ