ຍທຂ ເຊື່ອມຊຶມເອກະສານວັນສຳຄັນຂອງຊາດ

    ວັນທີ 31 ມີນາ 2021 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈັດປາຖະກະຖາເຜີຍແຜ່ເອກະສານວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22/3/1955-22/3/2021) ແລະ ວັນຜູ້ເສຍອົງຄະ-ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21/3/1946-21/3/2021) ໂດຍເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ເລຂາຄະນະພັກ ລັດຖະມົນຕີກະຊວງ ຍທຂ ມີຄະນະພັກຮາກຖານຫ້ອງການ ກົມ ກອງ ສະຖາບັນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຮັບຟັງ.

    ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ທາດແທ້ ອຸດົມການ ການເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫຼວງຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 66 ປີຜ່ານມາ ແລະ ອັນພົ້ນເດັ່ນກວ່າໝູ່ ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ ທີ່ເຕັມໄປດ້ວຍຜົນງານ ແລະ ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ ຊີ້ໃຫ້ເຫັນເຖິງການນຳພາອັນສະຫຼາດສ່ອງໃສຂອງພັກເຮົາ ໃນການຕໍ່ສູ້ປົດປ່ອຍຊາດແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ໃນການປົດປ່ອຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າຂອງແຕ່ລະຍຸກແຕ່ລະສະໄໝ ສືບທອດກັນມາຈົນເຖິງປັດຈຸບັນ.

    ພ້ອມດຽວກັນນີ້ ທ່ານຍັງໄດ້ຍົກໃຫ້ເຖິງສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂື້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ ການຕໍ່ສູ້ຢ່າງພິລາດອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ທີ່ໄດ້ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກ ເຫັນທາດແທ້ຂອງຄວາມປ່າເຖື່ອນໂຫດຫ້ຽມສາມານຂອງພວກລ່າເມືອງຂື້ນຝຣັ່ງ ທີ່ມີຕໍ່ປະຊາຊົນລາວໂດຍສະເພາະແມ່ນປະຊາຊົນເມືອງທ່າແຂກ ບັ້ນຮົບດັ່ງກ່າວໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລາດອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.

​                              # ຂ່າວ & ພາບ: ຊິລິການດາ

error: Content is protected !!